ຂີ້ເຫຍື້ອຖືເປັນບັນຫາໃຫຍ່ຂອງບ້ານເຮົາ ມີແຕ່ຄົນຖີ້ມບໍ່ມີຄົນເກັບປະຊາຊົນຈຳນວນໜຶ່ງທີ່ເຂົ້າໃຈພະຍາຍາມອະທິບາຍ, ສື່ມວນຊົນລົງຂ່າວໄປຫຼາຍແຕ່ບໍ່ເກີດປະໂຫຍດຕໍ່ຜູ້ມັກງ່າຍຈຳນວນຫຼາຍ ການຖີ້ມຕາມຮົ້ວເຮືອນຮ່ອມບ້ານຕ່າງໆຍັງບໍ່ພໍ ເວລາໄປຫຼິ້ນໄປທ່ຽວຕາມສະຖານທີ່ຕ່າງໆຊື້ແນວກິນເຂົ້າໜົມຂອງແກ້ມໄປນັ່ງກິນເຮຮາມ່ວນຊື່ນແລ້ວຍັງຖີ້ມສະແບບບໍ່ສົນໃຈໃຍດີ ນັ້ນເປັນສິ່ງບໍ່ສົມຄວນ.
ວັງວຽງເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມໃຜກໍ່ຢາກໄປ ແຕ່ເມື່ອໄປແລ້ວກິນແລ້ວໃຊ້ແລ້ວ ຂີ້ເຫຍື້ອໃນມືຕ້ອງເກັບໄວ້ໃຫ້ຖືກບ່ອນວາງໃຫ້ເປັນຈຸດ ຖ້າບໍ່ມີກະຕ່າຂີ້ເຫຍື້ອຄວນຖືກັບມາທີ່ພັກ ເພື່ອຖີ້ມລົງກະຕ່າ ດີກວ່າກິນແລ້ວຖີ້ມສະນັ່ງໃສຖີ້ມນັ້ນ ຈະເຮັດໃຫ້ສະຖານທີ່ສວຍງາມກາຍເປັນບ່ອນຖີ້ມຂີ້ເຫຍື້ອ ສ້າງພາບພົດທີ່ບໍ່ສວຍງາມໃຫ້ກັບປະເທດໂຕເອງ.
ດັ່ງຮູບທີ່ເຫັນຫຼາຍຄົນກໍ່ຄົງຈະຄຸ້ນຫູ, ຄຸ້ນຕາກັນເປັນຢ່າງດີ ນັ້ນກໍ່ຄືແຄມນ້ຳຊອງ ເມືອງວັງວຽງ ເຊິ່ງເປັນສະຖານທີ່ເບີຕົ້ນໆຂອງລາວ ທີ່ມີຜູ້ຄົນເດີນທາງໄປທ່ຽວຢ່າງຫຼວງຫຼາຍ. ແຕ່ສິ່ງທີ່ໜ້າຄິດຄືຄົນລາວເຮົາຈຳນວນໜຶ່ງຍັງຂາດຄວາມຮັບຜິດຊອບບໍ່ຂີ້ເຫຍື້ອທີ່ຕົນສ້າງຂຶ້ນ ຍັງຖີ້ມຊະຊາຍໄປທົ່ວແຄມນ້ຳຊອງ ອັນເປັນການທຳລາຍຄວາມສວຍງາມຂອງທຳມະຊາດ ແລະເພີ່ມຂີ້ເຫຍື່ອທຳລາຍສິ່ງແວດລ້ອມໂດຍກົງ.
ສຳລັບເມືອງວັງວຽງ ແມ່ນມີທຳມະຊາດ,ພູຜາ ແລະແມ່ນໍ້າຊອງນັ້ນງົດງາມຫຼາຍ ຈົນສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນໄປມາແວ່ຊົມເປັນປະຈຳ, ປັດຈຸບັນຍິ່ງລະດູການທ່ອງທ່ຽວກຳລັງຈະກັບມາຈາກທີ່ເຄີຍເປັນອີກຄັ້ງ ທັງຢູ່ໃນຊ່ວງແຫ່ງການໂຄສະນາເຜີຍແຜ່ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕ່າງປະເພດເຂົ້າມາຢາກໃຫ້ມາເຫັນທຳມະຊາດ ທີ່ສວຍງາມຈົນຕ້ອງຫຼົງໄຫຼ.
ແຕ່ສີ່ງທີ່ເຫັນແມ່ນນັກທ່ອງທ່ຽວຊາວລາວເຮົາເອງເປັນຄົນທຳລາຍ ແທນທີ່ຈະຄວນຊ່ວຍກັນປົກປັກຮັກສາ, ໃນເມື່ອເດີນທາງມາແລ້ວ ເຮົາກໍ່ຄວນມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕໍ່ໂລກ ກໍ່ຄືສະຖານທີ່ທ່ານເອງນັ່ງກິນ, ນັ່ງດື່ມ ແລະ ມ່ວນຊື່ນເຮຮາ.
ດັ່ງນັ້ນ, ຝາກເຖີງນັກທ່ອງທ່ຽວທຸກທ່ານ ປະຊາຊົນຄົນລາວເຮົາ ທີ່ເດີນທາງມາບໍ່ວ່າຢູ່ວັງວຽງ ຫຼື ບ່ອນໃດກໍ່ຕາມ ຈົ່ງມີຈິດສຳນຶກຕໍ່ສີ່ງແວດລ້ອມໃຫ້ສະອາດ, ຊ່ວຍກັນສ້າງບ້ານເຮົາຂອງເຮົາໃຫ້ໜ້າຢູ່