ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 18 ກຸມພາ 2022 ການງານ ການເງິນ ຄວາມຮັກ

0
179

ວັນຈັນ:ການ​ງານ ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້ຈະ​ມີ​ອຸ­ປະ­ສັກ​ ແຕ່​ສຸດ​ທ້າຍ​ກໍ​ຈະ​ສ້າງ​ຄວາມ​ສຳ​​ເລັດ​ໃຫ້​ຕົນ​ເອງ​ໄດ້​ສະ­ເໝີ ການ​ເງີ​ິນ ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິ​​ນ ແລະ​ການ​ລົງ​ນາມ​ເອ­ກະ­ສານ​ສັນ­ຍາ​ຕ່າງໆ ຍັງ​ເປັນ​ໂຊກ ​​ຄວາມ​ຮັກ ຖ້າຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ທ່ານ​ເປັນ​ຄົນ​ສະ­ຫລຽວ​ສະ­ຫລາດ ຊ່າງ​ເວົ້າ ອາ​​ຍຸ​ນ້ອຍ​ກວ່າ ແລະ​ເຂົ້າ­ໃຈ​ຈິດ­ໃຈ​ທ່ານ​ໄດ້​ດີ​ຫລາຍ

ວັນອັງຄານ:ການ​ງານ ມີ​ຄວາມ​ປາດຖະຫນາ​ຢາກ​ຈະ​ປ່ຽນ​ແປງ​ການ​ງານ​ໃຫ້​ດີ​ຂຶ້ນ​ ຊ່ວງ​ນີ້​ເປັນ​ການ​ຕັດ​ສິນ​ໃຈ​ຄ່ອນ​ຂ້າງ​ຍາກ​ ການ​ເງີນ​ ລະ​ວັງ​ກ່ຽວກັບ​ເລື່ອງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ໃນ​ຊ່ວງ​ນີ້​ ຄວນ​ເຮັດ​ບັນຊີ​ລາຍ​ຮັບ​ລາຍ​ຈ່າຍ​ໃຫ້​ເກີດ​ຄວາມ​ສົມ​ດຸນ​ ຄວາມ​ຮັກ ໄດ້ຮັບ​ຮູ້​ຂ່າວ​ສານ​ຂໍ້​ມູນ​ດ້ານ​ຄວາມ​ຮັກ​ຕ່າງ​ໆ​ ແຕ່​ທ່ານກໍ​ຍັງ​ບໍ່​ລົງ​ຕົວ​ດ້ານ​ຄວາມ​ສຳພັນ​ທີ່​ຈະ​ພົບ​ຄວາມ​ສຸກ​ຢ່າງ​ທີ່​ທ່ານ​ປາດຖະຫນາ​ຢາກ​ໃຫ້ເປັນ​ທັງ​ໝົດ​

ວັນພຸດ:ການ​ງານ ຈະ​ເຮັດ​ສິ່ງ​ໃດ​ມີ​ແຕ່​ຄວາມ​ສຳ​ເລັດ​ຢ່າງ​ທີ່​ທ່ານ​ຄາດ​ຫວັງ​ໃນ​ຊ່ວງ​ນີ້​ ການ​ງານ​ທີ່​ຄິດວ່າ​ບໍ່​ໄດ້​ ຫລື​ບໍ່​ສຳ​ເລັດ​ ກໍ​ຈະ​ພິກ​ຜັນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ ການ​ເງິນ ​ ມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ຈ່າຍ​ເງິນ​ເພື່ອນ​ລົງ​ທຶນ​ໃນ​ຊ່ວງ​ນີ້​ ແຕ່​ຄວນ​ຄິດວ່າ​ເປັນ​ການ​ເອົາ​ເງິນ​ໄປ​ຕໍ່​ເງິນ​ ແລະ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ຜິດ​ພາດ​ນ້ອຍ​ທີ່ສຸດ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ຍັງມີ​ຫນ້າທີ່​ທີ່​ຕ້ອງ​ຮັບ​ຜິດຊອບ​

ວັນພະຫັດ:ການ​ງານ​ ຈະ​ຈັບ​ງານ​ຫຍັງ​ກໍ​ຈະ​ເປັນ​ເງິນ​ເປັນ​ທອງ แລະ​ ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ ການ​ເງິນ​ ວາງ​ແຜນ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ໃນ​ຊ່ວງ​ນີ້​ ຢ່າ​ສ້າງ​ພາລະ​ເພີ່ມ​ຂຶ້ນ​ເງິນ​ທອງ​ກໍ​ຈະ​ພໍ​ໃຊ້​ຈ່າຍ​ ແລະ​ມີ​ເງິນ​ເກັບ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ ມີ​ໂອ​ກາດ​ເດິນທາງ​ໄກ​ແລ້ວ​ໄດ້​ພົບ​ກັນ

ວັນສຸກ:ການ​ງານ​ ຈະ​ເຮັດ​ສິ່ງ​ໃດ​ເຕັມ​ໄປ​ດ້ວຍ​ຄວາມ​ດຸໝັ່ນ ແລະ​ຄວາມ​ສ້າງສັນ​ ຈຶ່ງ​ກໍ່​ໃຫ້​ເກີດ​ຜົນ​ງານ​ທີ່​ໜ້າພໍໃຈ​ ແຕ່​ກໍ​ຕ້ອງ​ມີ​ອຸປະສັກ​ດ້ວຍ​ເປັນ​ທຳມະດາ​ ການ​ເງີນ ລະ​ວັງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຄວາມ​ຮັກ ປາດຖະຫນາ​ຮັກ​ແທ້​ ແລະ​ຈິງ​ໃຈ​ ທ່ານ​ຕ້ອງ​ຫາ​ທີ່ປຶກ​ສາ​ທີ່​ດີ​ກ່ຽວກັບ​ເລື່ອງ​ການ​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ທີ່​ຄິດວ່າ​ຈະ​ເລືອກ​ຄົບ​ກັບ​ຄົນ​ອາ​ຍຸ​ນ້ອຍ​ກວ່າ​

ວັນເສົາ:ການ​ງານ ລະ​ວັງ​ການ​ເຮັດ​ວຽກງານ​ໃນ​ຊ່ວງ​ນີ້​ ຄ່ອຍ​ໆ​ ຈັດການ​ບັນຫາ​ໄປ​ເທື່ອ​ລະ​ຢ່າງ​ ໃຈ​ເຢັນ​ໆ​ ຈະ​ດີ​ທີ່ສຸດ​ ການ​ເງິນ ມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ ຫລື​ມີຄົ​ນ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ​ ຄວາມ​ຮັກ ຍັງ​ຢູ່ໃນ​ສະພາ​ວະ​ຮັກ​ຊ້ອນ​ ຈຶ່ງ​ຍັງ​ຄິດ​ທົບ​ທວນ​ໃນ​ເລື່ອງ​ເຫຼົ່າ​ນີ້​ ແລະ​ທ່ານມັກ​ຈະ​ມີຄົນ​ມາ​ມັກ​ເທື່ອ​ລະ​ຫຼາຍ​ຄົນ​

ວັນອາທິດ:ການ​ງານ ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ອາຫານ​ ດ້ານ​ແຟ​ຊັ່ນ​ ​ຈະ​ນຳ​ຄວາມ​ໂຊກດີ​ມາສູ່​ທ່ານ​ ການ​ເງິນ ຊ່ວງ​ນີ້​ມີ​ແຕ່​ເລື່ອງ​ຈ່າຍ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້​ ແລະ​ໃຫ້​ຄົບ​ຫາ​ກັນ​ແບບ​ເພື່ອນ​ກັນ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ​