ກະແທກຕາຊາວເນັດ! ໜຸ່ມຫວຽດນາມ ໃສ່ຄໍາໜັກເກືອບ 2 ກິໂລທຸກມື້ ຕາມເຊື່ອວ່າເອີ້ນຊັບ, ເສີມບາລະມີ ວ່າຊັ້ນ

0
211

ອອກມາໂພສຄຣິບ TikTok ສວມໃສ່ທອງທີ່ຄໍ ແລະ ຂໍມື ງລະເປັນກິໂລໆ ແຖມຍັງຂັບລົດ ແລະ ມໍເຕີໄຊ ທີ່ເປັນທອງອີກຕ່າງຫາກ Tran Doc Loi ເປັນໜຸ່ມນັກທຸລະກິດຈາກຈັງຫວັດອານຊາງ (An Giang) ເຊິ່ງຍຶດອາຊີບຂາຍ “ກິ້ງກ່າອາເມລິກາໄຕ້” ເປັນສັດລ້ຽງສໍາລັບພວກເສດຖີ ກໍາລັງກາຍເປັນທີ່ສົນໃຈ ໃນກຸ່ມຊາວເນັດເມືອງຫວຽດນາມ

ໂດຍສະເພາະຊ່ວງ 3 ປີ ທີ່ຜ່ານມາ ເຂົ້າໄດ້ສັນຫາທຸກສິ່ງທຸກຢ່າງທີ່ເປັນທອງຄໍາ ມາປະດັບກາຍ ຈະອອກໄປໃສກໍຕ້ອງໃສ່ຄໍາໃຫ້ຫຼາຍທີ່ສຸດ ໂດຍເຊື່ອວ່າຈະດຶງດູດ ໂຊກລາບ ແລະ ຊ່ວຍໃຫ້ທຸລະກິດຂອງເຂົາຈະເລີນຮຸ່ງເຮືອງ “ຕອນາອິດຂ້ອຍພຽງໃສ່ 2-3 ເສັ້ນ ຕໍ່າກໍເພີ່ມຂຶ້ນເລື້ອຍໆ ຈົນຮູ້ສຶກວ່າມັນໜັກ ແຕ່ຂ້ອຍກໍລຶ້ງແລ້ວ”

ນອກຈາກສ້ອຍຄໍ ແລະ ກໍາໄລ ປະລັກແຂນຂະໜາດໃຫຍ່ໂຕມະໂຫລານ ທີ່ເຂົາໝັ່ນເອົາອອກມາໂຊຊາວເນັດແລ້ວ ໜຸ່ມ Tran ຍັງມີລົດ Lexus ສີທອງຄໍາ ແລະ ລົດຈັກທອງຄໍາອີກ 2 ຄັນ ເຊິ່ງເຂົາອ້າງວ່າຫຸ້ມດ້ວຍທອງຄໍາແທ້ໆແຕ່ຊາວເນັດກໍສົງໄສວ່າແມ່ນຂອງແທ້ຫຼືບໍ່ ພາະຖ້າເປັນຄໍາແທ້ຄົງບໍ່ກ້າຂັບໄປຈອດໄວ້ໃສແທ້ໆລະ

Tran ເລົ່າວ່າໃສ່ຄໍາເກືອບມື້ລະ 2 ກິໂລທຸກເທື່ອທີ່ອອກຈາກບ້ານ ບໍ່ໄດ້ໃສ່ຫຼິ້ນໆ ເພາະເພິ່ນເຊື່ອວ່າເສີມດວງ, ຮວງຈຸ້ຍ ແລະ ເອີ້ນໂຊກລາບນັ້ນເອງ ຫຼາຍຄົນເວົ້າໃຫ້ວ່າ ອວດລວຍ ເປັນຕົວຢ່າງບໍ່ດີໃຫ້ແກ່ເຍົາວະຊົນ ແຕ່ຄຣິບນີ້ເຮັດໃຫ້ Tran ກາຍເປັນຄົນດັງໃນໂຊຊຽວໂລກອອນລາຍ


ຈາກ: odditycentral