ຈັບໄດ້ແລ້ວ ທ້າວ ຄວາຍ ຂັບລົດໃຫ່ຍລັກງົວປະຊາຊົນເຈົ້າຫນ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນຈັບທ້າວ ຄວາຍ ລັກງົວຂອງຄົນອື່ນທີ່ລ່າມກິນຫຍ້າ. ໃນວັນທີ 13 ກຸມພາ 2022 ນີ້ ປກສ ເມືອງ ໄຊທານີ ໄດ້ຮັບແຈ້ງຄວາມຈາກ ທ້າວ ສຸດາເພັດ ວ່າ:
ໄດ້ມີຄົນຮ້າຍມາລັກງົວຂອງຕົນເອງ ທີ່ລ່າມໄວ້ຢູ່ເຂດ ບ້ານໂນນສະອາດ ຈາກນັ້ນເຈົ້າຫນ້າທີ່ຈຶ່ງໄດ້ຕິດຕາມກວດກາ.ຮອດເວລາ 13:00 ໂມງຂອງວັນດຽວກັນສາມາດກັກຕົວຄົນຂີ້ລັກໄດ້ 1 ຄົນ ຄື ທ້າວ ຄວາຍ ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ຈັບໄດ້ແລ້ວ ທ້າວ ຄວາຍ ຂັບລົດໃຫ່ຍລັກງົວປະຊາຊົນ
ຈັບໄດ້ແລ້ວ ທ້າວ ຄວາຍ ຂັບລົດໃຫ່ຍລັກງົວປະຊາຊົນ