ບໍລິສັດທາງລົດໄຟ ຢືນຢັນວ່າພໍ່ຄ້າຄົນກາງຊື້ປີ້ລົດໄຟກັກຕຸນແມ່ນມີຈິງ ທາງເຈົ້າໜ້າທີ່ຈະຕິດຕາມນຳຕົວມາປະຕິບັດຕາມລະບຽບວິໄນ

0
734

ບໍລິສັດທາງລົດໄຟ ຢືນຢັນວ່າພໍ່ຄ້າຄົນກາງຊື້ປີ້ລົດໄຟກັກຕຸນແມ່ນມີຈິງ ທາງເຈົ້າໜ້າທີ່ຈະຕິດຕາມນຳຕົວມາປະຕິບັດຕາມລະບຽບວິໄນ ວັນທີ 18 ກຸມພາ 2022 ຜ່ານມານີ້ ທ່ານ ວົງທອງ ສຸວັນທອງ ຮອງວິສະວະກຳເອກ ບໍລິສັດທາງລົດໄຟລາວ-ຈີນ ສຳພາດຜ່ານສື່ມວນຊົນວ່າ:

ເລື່ອງຫ່າງສຽງຂອງສັງຄົມຈົ່ມວ່າຍັງປາກົດມີພໍ່ຄ້າຄົນກາງຊື້ປີ້ລົດໄຟກັກຕຸນໄວ້ໄປຂາຍຕໍ່ໃນລາຄາທີ່ແພງກວ່າລາຄາປົກກະຕິ ເປັນຄວາມຈິງ ເຊິ່ງປັດຈຸບັນ, ບໍລິສັດທາງລົດໄຟ ໄດ້ສົມທົບກັບກໍາລັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບກົມຕໍາຫລວດທາງລົດໄຟ ທີ່ປະຈໍາຢູ່ແຕ່ລະສະຖານີ ເພື່ອກວດກາ ແລະ ນໍາເອົາຜູ້ກ່ຽວທີ່ເຮັດຜິດມາປະຕິບັດຕາມລະບຽບວິໄນ ຖ້າເປັນພະນັກງານພາຍແມ່ນຈະລົງໂທດຕາມລະບຽບຂອງທາງລົດໄຟ.

ປັດຈຸບັນ ບໍລິສັດທາງລົດໄຟກໍາລັງຢູ່ໃນຂັ້ນຕອນປຶກສາຫາລືຂັ້ນເບື້ອງຕົ້ນກັບຊ່ຽວຊານສະເພາະດ້ານ ເພື່ອຂາຍປີ້ທາງອອນລາຍໃຫ້ຜູ້ໂດຍສານ ແລະ ອະນາຄົດຈະມີແນ່ນອນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາຊື້ປີ້ຍາກ ແລະ ບໍ່ສະດວກໃນການມາຊື້ປີ້ດ້ວຍຕົນເອງ.