ຂົນໜາວຈົນລຸກ..!! ຄຳເວົ້າປຸກໃຈຂອງທີມງານຄູຝຶກລາວ ໃຫ້ກັບນັກເຕະທີມຊາດ ກ່ອນລົງວັດຄົມຊະນະ ທີມຊາດເມເລເຊຍ

0
437

ຄຳເວົ້າປຸກໃຈຂອງທີມງານຄູຝຶກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ກ່ອນລົງແຂ່ງຂັນກັບ ທີມຊາດມາເລເຊຍ ໃນລາຍການແຂ່ງຂັນ ບານເຕະຊິງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ.

ໂດຍທີມຊາດລາວ ລົງສະໜາມວັດຄົມກັບທີມຊາດມາເລເຊຍ ໃນເວລາ 16:00 ຂອງມື້ນີ້ (18 ກຸມພາ 2022) ທີ່ປະເທດສະໜາມກິລາ Prince Stadium ປະເທດກຳປູເຈຍ ແລະ ທີມ​ຊາດ​ລາວ ເອົາ​ຊະ​ນະ ທີມ​ຊາດ​ມາ​ເລ​ເຊຍໄປ 2-1

ທີມ​ຊາດ​ລາວ​ ໄດ້​ປະ​ຕ​ູ​ຈາກ: ບຸນ​ພະ​ຈັນ ບຸນກອງ ນາ​ທີ 56, ເພັດ​ດາ​ວັນ ສົມ​ສະ​ນິດ ນາ​ທ​ີ 79 ທີມ​ຊາດ​ມາ​ເລ​ເຊຍ ໄດ້​ປະ​ຕ​ູ​ຈ​າກ: SELVAN ANBUALAGAN 45+1

ສຳ​ລັບ​ການ​ແຂ່ງ​ຂັນ​ນັດ​ທີ 2 ຈະ​ມີ​ຂຶ້ນ ວັນ​ທີ 21/02/2022 ເວລາ 19:00 ທີມຊາດມາເລເຊຍ ພົບ ທີມຊາດລາວ ແຂ່ງຂັນຢູ່ທີ່ສະຫນາມ Morodok Techo National Stadium, ປະເທດກຳປູເຈຍ.

ໂດຍທີມງານຄູຝຶກລາວໄດ້ເວົ້າປຸກໃຈກັບນັກເຕະໃນທີມວ່າ: “ເຮົາຊ້ອມນຳກັນມາ 4 ອາທິດ ຫຼື ວ່າ 1 ເດືອນເຕັມໆແລ້ວ, ມືນີ້ເຮັດໃຫ້ມັນໄດ້ ຊາວລາວເຮົາຖ້າຟັງຂ່າວດີຢູ່ ເພື່ອເປັນກຽດ ແລະ ສັກສີຂອງຊາດ”.