ອຸຕຸແຈ້ງເຕືອນໄພຝົນຕົກໜັກ…!! ພະຍາກອນອາກາດໃນແຕ່ລະພາກຂອງ ສປປ ລາວ ວັນທີ 21 ກຸພາ 2022.

0
1134

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ລາຍງານວ່າ​ ຄວາມກົດດັນອາກາດສູງຂອງອາກາດເຢັນຈະເພີ້ມກໍາລັງແຮງຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກປົກຄຸມພາກເໜືອ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ​ ພາກໃຕ້, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຍັງມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ຢູ່ແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈື່ງແຈ້ງເຕືອນ ອຳນາດການ ທຸກພາກສ່ວນທີ່ ແລະ ປະຊາຊົນບັນດາເຜົ່າທີ່ອາໄສ ຢູ່ແຂວງພາກເໜືອ ແລະ ພາກກາງ, ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຟ້າຮ້ອງ – ຟ້າເຫຼື້ອມ, ດິນເຈື່ອນ ແລະ ລົມພັດແຮງທີ່ອາດຈະເຮັດໃຫ້ ຕົ້ນໄມ້, ເສົາໄຟຟ້າ ແລະ ປ້າຍໂຄສະນາຫຼັກລົ້ມ, ຫຼັງຄາເຮືອນເປ່ເພ ແລະ ຂໍໃຫ້ຕິດຕາມ ຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 20/02/2022 ຫາ ເວລາ 07 ໂມງຂອງວັນທີ 21/02/2022.​ ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60%ຂອງພາກ. ອຸນຫະພູມໃນລະຫວ່າງ 16 – 27​ ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ​ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20 - 31 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການ ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ​ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼືເນື້ອທີການຫຸ້ມ ຂອງຝົນເທົ່າກັບ 50% ຂອງແຂວງ. ອຸນຫະພູມໃນລະຫວ່າງ 16 - 27 ອົງສາ.

ພາກໃຕ້ (ແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື): ອາກາດເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງ ຝົນເທົ່າກັບ 60% ຂອງພາກ. – ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.

ສຳລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະ ພູມໃນລະຫວ່າງ 14 – 26 ອົງສາ.