ນໍ້າປະປາ ນະຄອນຫຼວງ! ແຈ້ງສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ. ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງ ວຽງຈັນ ໄດ້ໃຮູ້ວ່າ: ຈະໄດ້ມີການສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ
ຂອງ ໂຮງງານຜະລິດນໍ້າປະປາ ດົງໝາກຄາຍ ຂອງ ລັດວິສາຫະກິດ ນໍ້າປະປານະຄອນຫຼວງ ວຽງຈັນ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ໃນວັນອັງຄານ ວັນທີ 22 ກຸມພາ 2022.
ຊຶ່ງໃນເວລາດຳເນີນງານແມ່ນຈະສົ່ງຜົນໃຫ້ມີນໍ້າອອກຄ່ອຍ ຫຼື ບໍ່ມີນໍ້າອອກໃນຂອບເຂດ 3 ເມືອງ ດັ່ງນີ້:
ເມືອງ ໄຊທານີ: ບ້ານ ໂພນຄຳ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງໝາກຄາຍ, ດອນຕິ້ວ, ດອນໜູນ, ດົງສ້າງຫີນ, ໄຊສະຫວ່າງ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ໜອງວຽງຄຳ, ຫ້ວຍແດນເມືອງ, ວຽງແກ້ວ, ນາທົ່ມ, ໜອງພະຍາ, ດົງໂດກ, ຕານມີໄຊ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄຳຮຸ່ງ, ສີວິໄລ
ເມືອງ ຈັນທະບູລີ: ບ້ານ ຫ້ວຍຫົງ, ໜອງທາເໜືອ, ໜອງທາໃຕ້, ຈອມມະນີ ແລະ ໂພນສະຫວ່າງ. ເມືອງ ໄຊເສດຖາ: ບ້ານ ໜອງໜ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ, ໂຊກໃຫຍ່.