ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 22 ກຸມພາ 2022 ການງານ ການເງິນ ຄວາມຮັກ

0
787

ວັນຈັນ:ການ​ງານ ​ ຄວນ​ວາງ​ແຜນ​ໃຫ້​ດີ​ໃນ​ດ້ານ​ການ​ເຮັດ​ວຽກງານ​ໃນ​ຊ່ວງ​ນີ້​ ໃນ​ເລື່ອງ​ຂອງ​ການ​ລົງ​ທຶນ​ຕ້ອງ​ຮອບ​ຄອບ​ຫລາຍ​ໆ​ ການ​ເງິນ ຈະ​ພົບ​ເລື່ອງ​ຄວາມ​ທຸກ​ດ້ານ​ການ​ເງິນ​ ແຕ່​ກໍ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ດ້ານ​ການ​ເງິນ​ໃຫ້​ຜ່ານ​ໄປ​ໄດ້​ ຄວາມ​ຮັກ ຈະ​ພົບ​ສະຖານນະການ​ດ້ານ​ຄວາມ​ຮັກ​ເປັນ​ແບບ​ຮັກ​ຊ້ອນ​ກໍ​ເປັນ​ໄປ​ໄດ້​ ໃນ​ຊ່ວງ​ນີ້​ມີ​ເລື່ອງ​ໃຫ້​ຄິດ​ອີກ​ຫລາຍ​

ວັນຄານ:ການ​ງານ ລະ​ວັງ​ເລື່ອງ​ການເຮັດ​ເອກະສານ​ສັນຍາ​ ທີ່​ອາດ​ສົ່ງ​ຜົນ​ຕໍ່​ຄວາມ​ເປັນ​ໂມ​ຄະ​ກໍ​ເປັນ​ໄປ​ໄດ້​ ການ​ເງິນ ​ ໃຊ້​ເງິນ​​ຫລາຍ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຫລາຍ​ຂຶ້ນ​ຢ່າງ​ເປັນ​ໂຊກ​ດີ​ ຄວາມ​ຮັກ ລະ​ວັງ​ເລື່ອງ​ການ​ຂັດ​ແຍ້ງ​ແຕກ​ແຍກ​ກັບ​ຄົນ​ຮັກ​ ເພາະ​ເລື່ອງ​ຂອງ​ການ​ໃຊ້​ອາລົມ​ໃຈ​ຮ້ອນ​

ວັນພຸດ:ການ​ງານ ການ​ເຈລະ​ຈາ​ຈະ​ສາມາດ​ສ້າງ​ໂອ​ກາດ​ ແລະ ​ຄວາມ​ສຳ​ເລັດ​ໃຫ້​​ໄດ້​ດີ​ຂຶ້ນ​ ການ​ເງິນ ມີ​ໂຊກ​ດີ​ ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຕະຫຼອດ​ ອາດມີເລື່ອງທີ່ຕ້ອງໃຊ້ເງິນແຕ່​ກໍ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ເພີ່ມ​ໄດ້​ ຄວາມ​ຮັກ ຄວນແບ່ງເວລາໃຫ້ກັບຄົນຮັກຫຼາຍໆ ຈື່ງຈະສົ່ງຜົນດີໃນເລື່ອງຄວາມສໍາພັນ

ວັນພະຫັດ:ການ​ງານ ການ​ເຈລະ​ຈາ​ຕໍ່​ລອງ​ກັບ​ຜູ້​ທີ່​ມີ​ຕຳແໜ່ງ​ທີ່​ສູງ​ກວ່າ​ ມີ​ໂອ​ກາດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ຫລາຍ​ ການ​ເງິນ ໃຊ້​ເງິນ​ອອກ​ໄປ​ຫລາຍ​ ແຕ່​ກໍ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຕະຫຼອດ ຢ່າງ​ເປັນ​ໂຊ​ກດີ​ສະເໝີ​ ຄວາມ​ຮັກ ມີ​ໂອ​ກາດ​ສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ຫລາຍ​ຂຶ້ນ​ຢ່າງ​ເປັນ​ໂຊ​ກດີ​ສະເໝີ​ ມີ​ໂອ​ກາດ​ພົບ​ຄົົນທີ່​ຖືກ​ໃຈ​

ວັນສຸກ:ການ​ງານ ຖ້າເດີນທາງ​ຕິດ​ຕໍ່​ທາງ​ດ້ານ​ການ​ງານ​ ຈະ​ເກີດ​ຄວາມ​ໂຊ​ກດີ​ແຕ່​ຕ້ອງ​ພຶ່ງ​ພາ​ຕົນເອງ​ໃຫ້​ຫລາຍ​ໆ​ ການ​ເງິນ ຫາ​ເງິນ​ເຂົ້າ​ມາ​ໄດ້​ເທົ່າໃດ​ກໍ​ໃຊ້​ຈ່າຍ​ອອກ​ໄປ​ເທົ່າ​ນັ້ນ​ ບໍ່​ສາມາດ​ເກັບ​ເງິນ​ໄດ້​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຍັງ​ກັງ​ວົນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ ແລະ ​ຍັງ​​ທົບ​ທວນ​ໃນ​ເລື່ອງ​ຄວາມ​ຮັກ​ຢູ່​

ວັນເສົາ:ການ​ງານ ດ້ວຍ​ຄວາມ​ສະຫລາດ​ໃນ​ການ​ເຈລະ​ຈາ​ ແລະ ​ການ​ກະທຳ​ທີ່​ດີ​ ຈະ​ສາມາດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນ ຈະ​ພົບ​ແຕ່​ເລື່ອງ​ທີ່​ໜ້າ​ກັງ​ວົນ​ໃຈ​ດ້ານ​ການ​ເງິນ​ ແຕ່​ກໍ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ​ທັນ​ໃຈ​ ຄວາມ​ຮັກ ຈະ​ພົບ​ຮັກ​ແບບບໍ່ໄດ້ຕັ້ງໂຕ ຄົນ​ຄົນ​ນີ້​ມີ​ສະເນ່​ຫລາຍ​ໆ​ ຈະສົມ​ຫວັງ​ດ້ານ​ຄວາມ​ຮັກ​

ວັນອາທິດ:ການ​ງານ ຈະ​ໄດ້ຮັບ​ຜົນ​ປະໂຫຍດ​ທີ່​ດີ​ໃນ​ເລື່ອງ​ການ​ຕິດ​ຕໍ່​ການ​ງານ​ຕ່າງ​ໆ​ ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ໜ້າພໍໃຈ​ ການ​ເງິນ ຈະ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ແລະ​ເປັນ​ໂຊ​ກດີ​ສະເໝີ​ ສາມາດ​ໝຸນ​ຫາ​ໄດ້​ທັນ​ໃຊ້​ທັນ​ຈ່າຍ​ ຄວາມ​ຮັກ ມີ​ໂຊກ​ທາງ​ດ້ານ​ຄວາມ​ຮັກ​ດີ​ຂຶ້ນ​ໃນ​ມື້​ນີ້​ ແຕ່​ກໍ​ຕ້ອງ​ໃຊ້​ເວລາ​ເບິ່ງ​ກັນ​ຕໍ່ໄປ​ຈຶ່ງ​ຈະ​ດີ​