ປະຫວັດສາດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ທີມຊາດມາເລເຊຍ ຮຸ່ນອາຍຸບໍ່ເກີນ 23 ປີ 2-0, ລວມຜົນ 2 ນັດ ທີມຊາດລາວ ຊະນະ ມາເລເຊຍ 4-1 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປິ ປະຈຳປີ 2022 ກຸ່ມ ບີ ນັດທີ 2 ວັນທີ 21/02/2022 Morodok Techo National Stadium, ປະເທດກຳປູເຈຍ
ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູຈາກ ຟຣີຄິກສຸດງາມ ບຸນພະຈັນ ບຸນກອງ ນາທີ 43 ແລະ ສຸກສາຄອນ ບົວໄພວັນ ນາທີ 86, ລວມຜົນ 2 ນັດ ທີມຊາດລາວ ຊະນະ ທີມຊາດມາເລເຊຍ 4-1 , ຈາກ ໄຊຊະນະ 2 ນັດດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ສົ່ງຜົນໃຫ້ ທີມຊາດລາວ ຜ່ານເຂົ້າຮອບຮອບຊະນະເລີດ ລໍຖ້າພົບກັບ ທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ ກຸ່ມ ເອ ຫລື ກຸ່ມ ຊີ , ໂດຍຮອບຮອງຊະນະເລີດ ຈະມີຂຶ້ນໃນວັນທີ 24/02/2022 ເວລາ 16:00 Morodok Techo National Stadium, ປະເທດກຳປູເຈຍ.ແລະລ່າສຸດ ສຳລັບແຟນໆບານເຕະຮັກລາວເຊຍລາວ ຕ້ອງເຊຍລາວ ຢ່າລືມ ວັນພະຫັດ 24 ກຸມພາ 2022 ເວລາ 16:00 ມີນັດກັນ ເພື່ອເຊຍ ທີມຊາດລາວ ພົບ ທີມຊາດໄທ
ຕໍ່ມາຫຼາຍຄົນ ຄົງຈະຄຸ້ນຫູຄຸ້ຮຕາສຳລັບ ທ່ານ ນາງ ພິຈິກາ ບຸນກວ້າງ ຫຼື ມາດາມ ໂບ້ ຂໍຊົມເຊີຍ ທ່ານ ນາງ ພິຈິກາ ບຸນກວ້າງ ຫຼື ມາດາມ ໂບ້ ອາດີດປະທານສະໂມສອນວຽງຈັນ ຢູໄນເຕັດ ອັດສີດທີມຊາດລາວ ພົບ ໄທ ມື້ອື່ນນີ້ ຖ້າຫາກທີມຊາດລລາວຊະນະທີມຊາດໄທຮັບໄປເລີຍ 50 ລ້ານກີບ.ນີ້ຄືຕົວຢ່າງທີ່ດີໃຫ້ແກ້ຫລາຍໆຄົນ ຢາກເຫັນພາກສ່ວນຕ່າງໆ ຫລື ນັກທຸລະກິດ ອອກມາໃຫ້ກຳລັງໃຈສົ່ງເສີມທັບນັກກິລາລາວ ໂດຍສະເພາະທີມຊາດລາວເພື່ອເປັນຂວັນກຳລັງໃຈໃຫ້ເຂົາມີແຮງສູ້.ເຊິ່ງວ່າຈະແຂ່ງຂັນໃນວັນທີ 24 ກຸມພາ 2022 ເວລາ 16:00 ເດີ້ ຕິດຕາມໄດ້
ຮ່ວມກັນເຊຍທີມຊາດລາວ U 23, ຖ້າຊະນະໄທ ມາດາມ ໂບ ໃຫ້ໄປເລີຍ 40 ລ້ານກີບ ລາວສູ້ໆ
.
ຮ່ວມກັນເຊຍທີມຊາດລາວ U 23, ຖ້າຊະນະໄທ ມາດາມ ໂບ ໃຫ້ໄປເລີຍ 40 ລ້ານກີບ ລາວສູ້ໆ