ໃນຕອນເຊົ້າຂອງວັນທີ 16 ກຸມພາ ປີ 2022 ນີ້. ຢູ່ທີ່ກອງບັນຊາການ ປກສ ເມືອງ ບຸນໃຕ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນຄໍາ ອິນແສງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງບຸນໃຕ້, ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີທ່ານ ພັນໂທ ອຸດອນ ສຸວົງໄຊ ກຳມະການປະຈໍາພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາທ່ານ ການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.
ໃນພິທີ ທ່ານ ພັນໂທ ອຸດອນ ສຸວົງໄຊ ກໍາມະການປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງບຸນໃຕ້ ໄດ້ລາຍງານໃຫ້ຮູ້ວ່າ: ການທຳລາຍອາວຸດເສີກ, ອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ແມ່ນປະຕິບັດຕາມຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 563/ປກສ, ລົງວັນທີ ວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງອາວຸດເສິກ ແລະ ຄຳແນະນຳຂອງປະທານ ປກຊ-ປກສ ແຂວງຜົ້ງສາລີ ສະບັບເລກທີ 13/ປກຊ-ປກສ ລົງວັນທີ 13 / 3 / 2012 ວ່າດ້ວຍການເກັບກູ້ອາວຸດເສິກ, ປືນລ່າເນື້ອຈາກບຸກຄົນ ແລະ ນິຕິບຸກຄົນ ໂດຍມີຈຸດປະສົງເພື່ອແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ທັງເປັນການຫຼຸດຜ່ອນການລ່າສັດປະເພດຫ່ວງຫ້າມ, ທີ່ໃກ້ຈະສູນພັນ ແລະ ສັດຊະນິດຕ່າງໆ.
ເພື່ອເຮັດໃຫ້ສັດນ້ຳ-ສັດປ່າ ມີຄວາມອຸດົມສົມບູນ ແລະ ຢືນຍົງຕະຫຼອດໄປ ວັດຖຸທີ່ຜິດກົດໝາຍທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີ ອາວຸດລ່າເນື້ອ (ປືນແກັບ) 403 ກະບອກ, ໝໍ້າຊັອດປາ 4 ເຄື່ອງ, ກະໂພກດອກໄຟ 29 ບັ້ງ, ຢາປິ່ນປົວຄົນ ແລະ ສັດ; ປະເພດລອດ 95 ລອດ, ຊະນິດຖົງ 430 ຖົງ, ຊະນິດແຕະ 430 ແຕະ, ຊະນິດກັບ 740 ກັບ ລວມທັງໝົດແມ່ນ2,126 ລາຍການ ເຊິ່ງທຳລາຍດ້ວຍຮູບການຂຸດຂຸມແລ້ວຖົມລົງໃນຂຸມຢ່າງແໜ້ນໜາດີ.