ອີງຕາມການລາຍການຂອງຄະນະສະເພາະກິດ ປະຈໍາວັນທີ 23 ກຸມພາ 2022 ລະບຸວ່າ ນັບແຕ່ເດືອນມັງກອນ 2022 ເປັນຕົ້ນມາ ສປປ ລາວເຮົາ ໄດ້ກວດພົບສາຍພັນໂອໄມຄຣອນ ທັງໝົດ 27 ກໍລະນີ
ໃນນັ້ນ 26 ກໍລະນີແມ່ນກວດພົບຈາກ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ 1 ກໍລະນີ ແມ່ນກວດພົບຈາກ ເພດຍິງ, ອາຍຸ 60 ປີ ຈາກແຂວງບໍລິຄຳໄຊ, ຜູ້ກ່ຽວຮູ້ສຶກບໍ່ສະບາຍ ຈຶ່ງໄດ້ມາກວດຢູ່ໂຮງໝໍແຂວງ ພ້ອມທັງ ຖືກເກັບຕົວຢ່າງ ແລະ ກວດພົບເຊື້ອໂຄວິດ-19, ພ້ອມດຽວກັນນັ້ນ ກໍ່ໄດ້ກວດພົບສາຍພັນໂອໄມຄຣອນ BA.1, ສິ່ງທ້າທາຍ ແມ່ນ ຜູ້ກ່ຽວບໍ່ມີປະຫວັດເດີນທາງມາຈາກຕ່າງປະເທດ.
ປັດຈຸບັນ ທີມງານເຝົ້າລະວັງ ກຳລັງລົງສອບສວນ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ. ເພື່ອສະກັດກັ້ນ ບໍ່ໃຫ້ເກີດການລະບາດຂອງສາຍພັນໂອໄມຄຣອນໃນປະເທດຂອງພວກເຮົາ ຫຼື ຖ້າເກີດ ກໍ່ໃຫ້ມີຕົວເລກຜູ້ຕິດເຊື້ອໜ້ອຍທີ່ສຸດ, ບໍ່ໃຫ້ການລະບາດແກ່ຍາວ.
ສະນັ້ນ ພວກເຮົາທຸກຄົນ ບໍ່ຄວນປະໝາດ ຕ້ອງມີສະຕິປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ຕະຫຼອດເວລາ ພ້ອມດຽວກັນນັ້ນ ກໍ່ຕ້ອງໄປຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນໃຫ້ໂຕເອງ ກໍ່ຄື ຄົນອ້ອມຂ້າງ ແລະ ຊຸມຊົນ.