ໃນວັນທີ 24 ກຸມພາ 2022 ນີ້ ບໍລິສັດ ທາງລົດໄຟລາວຈີນ ຈຳກັດ ໄດ້ແຈ້ງການສຳລັບຜູ້ໂດຍສານທີ່ຈະຊື້ປີ້ລົດໄຟຈຸດຂາຍປີ້ລົດໄຟ ນະຄອນຫຼວງວຽງຈັນ ດັ່ງນີ້
1. ປັດຈຸບັນ, ຈຸດຂາຍປີ້ແມ່ນໄດ້ຂາຍປີ້ຖ້ຽວ C82 ຈາກສະຖານີນະຄອນຫຼວງວຽງຈັນ-ສະຖານີຫຼວງພະບາງ, ສະຖານີນະຄອນຫຼວງວຽງຈັນ-ສະຖານີເມືອງໄຊ, ສະຖານີນະຄອນ ຫຼວງວຽງຈັນ-ສະຖານີບໍ່ເຕ່ນ ແລະ ໄດ້ຂາຍປີ້ຖ້ຽວ C82 ຈາກສະຖານີນະຄອນຫຼວງວຽງຈັນ-ສະຖານີຫຼວງພະບາງ.
2. ໄລຍະເວລາກ່ອນການຂາຍປີ້ແມ່ນ 3 ມື້ ແລະ ຈະຂາຍປີ້ສໍາລັບມື້ທີສາມທີ່ຈະ ອອກເດີນທາງເທົ່ານັ້ນ.3. ປີ້ແມ່ນເລີ່ມຂາຍແຕ່ 10:00 ໂມງເຊົ້າ ຫາ 12:30 ໂມງ, 12:30 ໂມງ ຫາ 15:30 ໂມງແລງທຸກໆມື້, ຈະຢຸດຂາຍເມື່ອປີ້ຫມົດ.
4. ແຕ່ລະຄົນຈໍາກັດພຽງແຕ່ 2 ປີ້, ໃນເວລາຊື້ປີ້ຈໍາເປັນຕ້ອງກວດສອບບັດປະຈຳໂຕ ແລະ ໃບຢັ້ງຢືນການສັກວັກຊີນ(ບັດຂຽວ)ຂອງຜູ້ທີ່ຈະຊື້ປີ້.5. ບໍ່ມີການບໍລິການຂາຍປີ້ຕ່າງສະຖານີ ແລະ ປີ້ສຳລັບເດັກນ້ອຍ, ບໍ່ສາມາດຖອນປີ້ຄືນໄດ້, ການຖອນປີ້ແມ່ນສາມາດຖອນໄດ້ທີ່ຈຸດຂາຍປີ້ຂອງສະຖານີເທົ່ານັ້ນ.
6. ຮອງຮັບການຊຳລະເງິນດ້ວຍການຮູດບັດ (UnionPay) ແລະ QR Code ( Onepay, Union Pay, Alipay ແລະ Wechat ) ທີ່ເຄື່ອງ POS , ປະຈຸບັນຍັງບໍ່ຮອງຮັບການຊຳລະດ້ວຍເງິນສົດ.7. ປີ້ທີ່ຂາຍແມ່ນຄິດຄ່າໂດຍສານຕາມການອະນຸມັດໂດຍລັດຖະບານລາວ ແລະ ໄລ່ລາຄາ 20,000 ກີບຕໍ່ປີ້.