ສຸດຍອດຄວາມນຽນ ຕົວະກັນໄດ້ເກືອບ 5 ປີຄົນແນວນີ້ກໍ່ມີ

0
191

ຊ່ວງນີ້ມາແຮງແຕ່ໂຈນໃນເຄື່ອງແບບທີ່ຖືກແອບອ້າງ, ທະຫານປອມຜູ້ເກັ່ງກ້າແລ່ນເອົາຄົນເຂົ້າເຮັດວຽກຫາກໍ່ຈັບໄດ້ຍັງບໍ່ທັນຕັດສິນ ຕຳຫຼວດກໍ່ມາອ້າງຍົດພັນໂທປອມອີກລະ ສາມາດເຮັດບັດປະຊາຊົນ ໜັງສືລົດສາລະພັດຢ່າງແຕ່ສຸດທ້າຍກໍ່ຈົບລົງທີ່ຄຸກ ບອກເລີຍອາຊີບນີ້ຢູ່ໄດ້ບໍ່ດົນ.

ໃນວັນທີ 24 ກຸມພາ 2022 ເຈົ້າໜ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ສົມທົບກັບພາກສ່ວນກ່ຽວຂ້ອງ ກັກຕົວຜູ້ສົງໄສເຄື່ອນໄຫວແອບອ້າງ ເປັນພະນັກງານກຳລັງ ປກສ ຊື່ ທ້າວ ອານົນ ອາຍຸ 28 ປີ, ວ່າງງານ ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ພັກເຊົາຢູ່ບ້ານນາໂພ ເມືອງພິນ ແຂວງສະຫວັນນະເຂດ.


ເຈົ້າໜ້າທີ່ ປກສ ເມືອງພິນ ໃຫ້ຮູ້ວ່າ: ເຈົ້າຫນ້າທີ່ໄດ້ຮັບແຈ້ງວ່າມີການແອບອ້າງເປັນຕຳຫລວດ ຊັ້ນພັນໂທ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາເກັບກໍາຂໍ້ມູນ, ສອບສວນເອົາຄໍາໃຫ້ການ ພ້ອມກັກໂຕເປົ້າ ໝາຍສົງໄສທີ່ເຄື່ອນໄຫວກ່ຽວກັບການຕົວະຍົວະຫຼອກລວງ ແລະ ແອບອ້າງ ເອົາເຄື່ອງແບບຊັ້ນຕໍາແໜ່ງ ຂອງກໍາລັງ ປກສ ທັງສວຍໃຊ້ເປັນພະນັກງານ ຂອງອົງການຈັດຕັ້ງກໍາລັງປ້ອງກັນຄວາມສະຫງົບ ທີ່ເຮັດໃຫ້ເສື່ອມເສຍ ແລະ ຜິດຕໍ່ລະບຽບກໍາລັງ ທີ່ມາພັກເຊົາຢູ່ເຮືອນຢູ່ເຮືອນຫຼັງໜຶ່ງ ບ້ານນາໂພ (ເຮືອນຜູ້ສາວ ) ເມືອງພິນ ແຂວງສະຫວັນນະເຂດ.
ຜ່ານການເກັບກໍາຂ້ມູນ, ຜູ້ກ່ຽວສາລະພາບວ່າ: ໄດ້ຕົວະແຟນສາວຂອງຕົນທີ່ກໍາລັງຄົບຫາກັນຢູ່ ເພື່ອໃຫ້ແຟນສາວຫົງເຊື່ອໃຈມັກຮັກ (ຫວັງຈະແຕ່ງງານ ) ພ້ອມທັງ ເຮັດບັດເຊີນແອບອ້າງ ເອົາຊື່ ຫົວໜ້າກົມ ແລະ ບັນດາ ປກສ ແຂວງຕ່າງໆ ເຂ ົ້າເປັນເຈົ້າພາບໃສ່ງານບັດເຊີນ ແລະ ແອບອ້າງໄດ້ຊັ້ນພັນໂທ.
ນອກນັ້ນ ຍັງແອບອ້າງສາມາດແລ່ນໜັງສືລົດໃຫຍ່ ແລະ ບັດປະຈໍາຕົວ ໂດຍຄິດໄລ່ເປັນເງິນ 1.750.000 ກີບຕໍ່ຄົນ, ເຊິ່ງມີຫຼາຍຄົນຫຼົງເຊື່ອ ແລະ ເສຍຫາຍຫຼາຍພໍສົມຄວນ, ການເຄື່ອນໄຫວດັ່ງກ່າວ ເລີ່ມແຕ່ປີ 2017 ເປັນຕົ້ນມາ.
ເຈົ້າໜ້າທີ່ ເປີດເຜີຍວ່າ: ຈຸດປະສົງຜູ້ກ່ຽວເຄື່ອນໄຫວ ເພື່ອຫວັງໃຫ້ຕົນເອງດູດີ ມີຄົນນັບໜ້າຖືຕາ ມີກຽດສັກສີ ໃຫ້ຄົນອື່ນຢໍາເກັງ ແລະ ຫວັງຕົວະຍົວະເອົາເງິນຈາກຜູ້ອື່ນມາໃຊ້ຈ່າຍຟຸຍເຟືອຍ.
ຂ່າວຈາກ ໜັງສືມພີມ ປກສ