ຄົ້ນຄວ້າ-ປັບປຸງຮ່າງກົດໝາຍວ່າ ດ້ວຍການຄຸ້ມຄອງໜີ້ສິນສາທາລະນະ

0
388

ຄົ້ນຄວ້າ-ປັບປຸງຮ່າງກົດໝາຍວ່າ ດ້ວຍການຄຸ້ມຄອງໜີ້ສິນສາທາລະນະຂປລ. ກະຊວງການເງິນ ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ(ສະບັບປັບປຸງ) ໃນວັນທີ 24 ກຸມພາ 2022 ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ, ມີທ່ານຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ ພະແນກ, ຮອງຫົວໜ້າພະແນກ ບັນດາກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.

ການຄົ້ນຄວ້າປັບປຸງ ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ໃນຄັ້ງນີ້, ຄະນະຮັບຜິດຊອບໄດ້ອີງໃສ່ ບັນດາບັນຫາທີ່ຕິດພັນກັບວຽກງານ ການຄຸ້ມຄອງໜີ້ສິນສາທາລະນະ, ເຫັນວ່າມີຄວາມຈຳເປັນຈະໄດ້ມີການປັບປຸງ ບາງເນື້ອໃນໃຫ້ ສອດ ຄ່ອງ ແລະ ຮັດກຸມຂຶ້ນກວ່າເກົ່າ ເນື່ອງຈາກວຽກງານການຄຸ້ມຄອງໜີ້ສິນ ແມ່ນມີຄວາມສຳຄັນໃນສະພາບເງື່ອນໄຂຂອງປະເທດເຮົາໃນ

ປັດຈຸບັນ. ພ້ອມນີ້, ກໍເພື່ອຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ມີປະສິດທິຜົນ, ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນໄລຍະ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030, ພ້ອມທັງຮັບປະກັນຄວາມສອດຄ່ອງກັບນະໂຍບາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ, ຄະນະວິຊາການຄົ້ນຄວ້າປັບປຸງກົດ ໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ຈຶ່ງໄດ້ມີການຄົ້ນຄວ້າຄືນກົດໝາຍດັ່ງ ກ່າວ ເປັນຕົ້ນ ຄົ້ນຄວ້າປັບປຸງທຶນທາງດ້ານໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍ; ຫລັກການລວມ ໃນການ

ຄຸ້ມຄອງ ແລະ ບໍລິຫານໜີ້ສິນສາທາລະນະ, ການປະເມີນປະສິດທິຜົນຂອງບັນດາໂຄງການຕ່າງໆກ່ອນການກູ້ຢືມ ແລະ ພາຍຫລັງການກູ້ຢືມ, ການຄ້ຳປະກັນໃຫ້ແກ່ວິສາຫະກິດເອກະຊົນ, ການກູ້ຢືມຕໍ່ໃຫ້ບັນດາລັດວິສາຫະກິດ, ການສ້າງຄັງຊຳລະໜີ້ສິນສາທາລະນະ, ການຊຳລະໜີ້ສິນ, ການຄຸ້ມຄອງຖານຂໍ້ມູນ ແລະ ການລາຍງານໜີ້ສິນສາທາລະນະ, ການກໍານົດຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງສະພາແຫ່ງຊາດ ທີ່ພົວພັນກັບໜີ້ສິນສາທາລະນະ.

ປັດຈຸບັນ, ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ (ສະບັບປັບ ປຸງ) ຢູ່ໃນຂັ້ນຕອນຄົ້ນຄວ້າທາງດ້ານວິຊາການເບື້ອງຕົ້ນ ເພື່ອທົບທວນຄືນໂຄງສ້າງ ແລະ ເນື້ອໃນຂອງກົດໝາຍທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ມີຄວາມຈຳເປັນຈະຕ້ອງໄດ້ປັບປຸງເພີ່ມເຕີມໃຫ້ມີຄວາມຄົບຖ້ວນຮັດກຸມ ແລະ ຮັບປະກັນໃຫ້ສາມາດປະຕິບັດກົດໝາຍເຂັ້ມງວດຂຶ້ນກວ່າເກົ່າ, ດຳເນີນຂັ້ນຕອນການທາບທາມຄຳເຫັນພາຍໃນກະຊວງ, ທາບທາມແບບເປີດກວ້າງກັບບັນດາຂະແໜງການ ແລະ ທ້ອງຖິ່ນ, ພ້ອມທັງບັນດາພາກສ່ວນອື່ນໆ ໃນຂອບເຂດທົ່ວປະເທດ ຕາມລະບຽບການກ່ຽວກັບຂັ້ນຕອນການປັບ ປຸງກົດໝາຍ.