ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ປັດຈຸບັນ, ບັນດາກິດຈະກໍາຕ່າງໆຂອງໂຄງການກໍ່ສ້າງ ບ້ານຈັດສັນ ກິ່ວງິ້ວ ເມືອງເງິນ ແຂວງໄຊຍະບູລີ ສໍາເລັດແລ້ວ 100% ພາຍຫລັງເລີ່ມລົງມືຈັດຕັ້ງປະຕິບັດແຕ່ກາງເດືອນມິຖຸນາ 2021.
ສຳລັບການກໍ່ສ້າງພື້ນຖານໂຄງລ່າງມີທັງໝົດ 6 ກິດຈະກໍາຄື: ການກໍ່ສ້າງເຮືອນຢູ່ ຈໍານວນ 136 ຫລັງ; ກໍ່ສ້າງ ໂຮງຮຽນ ອານຸບານ 1 ຫລັງ, ປະຖົມ 1 ຫລັງ, ຫໍພັກຄູ 2 ຫລັງ ໂດຍແມ່ນ ບໍລິສັດ ສີກັນໄຈ ເປັນຜູ້ຮັບເໝົາກໍ່ສ້າງ; ການກໍ່ສ້າງ ລະບົບນໍ້າສະອາດ ແລະ ລະບົບໄຟຟ້າ ໂດຍແມ່ນ ບໍລິສັດ ວຽງແອເລັກໂຕຣນິກ ເປັນຜູ້ຮັບເໝົາກໍ່ສ້າງ; ການກໍ່ສ້າງ ເສັ້ນທາງພາຍໃນບ້ານ ມີຄວາມຍາວ 2,8 ກິໂລແມັດ ແລະ ການກໍ່ສ້າງ ຕະຫລາດ 1 ແຫ່ງ, ຫ້ອງປະຊຸມບ້ານ 1 ຫລັງ ແລະ ສາລາສັງເວດ 1 ຫລັງ ໂດຍແມ່ນ ບໍລິສັດ ຊະນະໄຊ ເປັນຜູ້ຮັບເໝົາກໍ່ສ້າງ. ສໍາລັບການຍົກ
ຍ້າຍປະຊາຊົນຈາກບ້ານເກົ່າມາສູ່ບ້ານໃໝ່ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນມັງກອນ 2022 ມາຮອດປັດຈຸບັນແມ່ນສໍາເລັດ 100% ໂດຍໄດ້ນໍາໃຊ້ລົດຂົນສົ່ງທັງໝົດ 355 ຖ້ຽວ ເພື່ອການລໍາລຽງເຄື່ອງຂອງຕ່າງໆຂອງປະຊາຊົນ, ບ້ານດັ່ງກ່າວມີ 10 ໜ່ວຍຄຸ້ມຄອງ, ມີ 108 ຄອບຄົວ, ມີພົນລະເມືອງ 625 ຄົນ, ຍິງ 297 ຄົນປະກອບມີ 2 ເຜົ່າຄື: ເຜົ່າມົ້ງ ແລະ ເຜົ່າກຶມມຸ.ໃນວັນທີ 27 ກຸມພາ 2022 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມປະຊາຊົນບ້ານດັ່ງກ່າວ ໂດຍທ່ານໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງ
ບ້ານ ແລະ ປະຊາຊົນພາຍໃນບ້ານ ຈົ່ງສືບຕໍ່ປັບປຸງປົວແປງເຮືອນຊານໃຫ້ດີງາມ, ເລັ່ງປູກຕົ້ນໄມ້ ແລະ ຫຍ້າໃສ່ຕາມຕາຝັ່ງເພື່ອປ້ອງກັນບໍ່ໃຫ້ດິນເຊາະເຈື່ອນ, ປັບປຸງຮ່ອງລະບາຍນໍ້າເສຍເພີ່ມເຕີມ ເພື່ອໃຫ້ນໍ້າເສຍໄຫລໄດ້ສະດວກ, ສືບຕໍ່ເກັບກໍາ ແລະ ຄຸ້ມຄອງເລື່ອງປະກົດການຫຍໍ້ທໍ້ ບໍ່ໃຫ້ເກີດຂຶ້ນຢູ່ພາຍໃນບ້ານຢ່າງເດັດຂາດ ເປັນຕົ້ນ ບັນຫາຢາເສບຕິດ. ພ້ອມດຽວກັນ, ກໍຮຽກຮ້ອງໃຫ້ບໍລິສັດຈົ່ງເລັ່ງສ້າງທາງເຂົ້າຫາພື້ນທີ່ທໍາການຜະລິດຂອງປະຊາຊົນໃຫ້ສໍາເລັດໂດຍໄວ, ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງ ຈົ່ງເລັ່ງຈັດສັນທີ່ດິນທໍາການຜະລິດໃຫ້ແຕ່ລະຄອບຄົວໃຫ້ຖືກຕາມລະບຽບກົດໝາຍ, ພ້ອມທັງກວດກາຄືນສິ່ງທີ່ຍັງຕົກຄ້າງຢູ່ບ້ານເກົ່າ ແລະ ຄ່າຊົດເຊີຍຜົນເສຍຫາຍຈາກໂຄງການໃຫ້ສໍາເລັດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ