ບັນຫາລົດຕິດ ແລະ ແອອັດ ເປັນປະກົດການໜຶ່ງເທິງທ້ອງຖະໜົນ ທີ່ສ້າງຄວາມຫຼ້າຊ້າ ແລະ ເສຍເວລາໃນການເດີນທາງ ກໍ່ຈະເຫັນໄດ້ຕາມສະພາບຕົວຈິງໃນທຸກໆວັນ ໂດຍສະເພາະໃນນະຄອນຫຼວງວຽງຈັນ ເຊິ່ງສາເຫດແມ່ນໄດ້ສະເໜີໄປກ່ອນໜ້ານີ້ແລ້ວ ແຕ່ທັງໝົດທັງມວນແມ່ນສາມາດແກ້ໄຂກັນໄດ້ ແຕ່ກໍ່ຕ້ອງໄດ້ຮັບການຄວາມຮ່ວມມືຈາກທຸກຝ່າຍ.
ສື່ຄວາມສະຫງົບໄດ້ນຳສະເໜີ ວິທີການແກ້ໄຂບັນຫາລົດຕິດວ່າ: ເພື່ອເຮັດໃຫ້ມີການຫຼຸດຜ່ອນຈະລາຈອນແອອັດ ຕ້ອງເພີ່ມທະວີວຽກງານໂຄສະນາລະບຽບ, ກົດໝາຍກ່ຽວກັບຄວາມເປັນລະບຽບຮຽບຮ້ອຍປອດໄພໃນການສັນຈອນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້ເຂົ້າໃຈກ່ຽວກັບລະບຽບກົດໝາຍ ວ່າດ້ວຍການຈະລາຈອນທາງບົກໃຫ້ແກ່ປະຊາຊົນຢູ່ຕາມບ້ານ ໂດຍປະສານສົມທົບກັບອຳນາດການປົກຄອງ ປກສ ບໍລິ ການປະຊາຊົນຊາວຄ້າຂາຍຢູ່ຕາມຕະຫຼາດຄິວລົດ, ສູນການຄ້າ, ກຳມະກອນຢູ່ຕາມໂຮງຈັກໂຮງງານພະນັກງານຢູ່ຕາມສຳນັກງານອົງການໂຮງ ຮຽນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງການໂຄສະນາທາງໂທລະພາບ, ວິທະຍຸ, ໜັງສືພິມໃຫ້ມີຫຼາຍຮູບ, ຫຼາຍວິທີການ ແລະ ສ້າງເປັນລາຍການສະເພາະກ່ຽວກັບການສັນຈອນຄວາມປອດໄພ.
ເພີ່ມທະວີລະບາຍການສັນຈອນຕາມຈຸດສາມແຍກ, ສີ່ແຍກ ບ່ອນມີການສັນຈອນສັບສົນ ໂດຍສະເພາະໂມງຮີບດ່ວນ, ກອງປະຊຸມ, ງານບຸນປະເພນີ ເພື່ອແກ້ໄຂການຈະລາຈອນແອອັດໃຫ້ໂລ່ງລ່ຽນ ແລະ ມີຄວາມປອດໄພ;ປັບປຸງກຳລັງປະຈຳປ້ອມຊົ່ວຄາວ ແລະ ຖາວອນ ເພື່ອຕິດຕາມສະພາບການສັນຈອນ, ການລະເມີດກົດຈະລາຈອນ ເພື່ອປ້ອງກັນສະກັດກັ້ນເຫດການເກີດຂຶ້ນທັນເວລາ ແລະ ຄວບຄຸມບັນຊາອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພ.
ເພີ່ມທະວີການຈັດສັນຄວາມເປັນລະບຽບຕາມເສັ້ນທາງ, ຈັດຕັ້ງກຳລັງຕຳຫຼວດຈະລາຈອນສົມທົບກັບ ຍທຂ, ຄບຕ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຈັດສັນການຂາຍເຄື່ອງແຄມທາງ, ສິ່ງກີດຂວາງຕາມບ່າທາງ ແລະ ຈັດສັນບ່ອນຈອດລົດ ທີ່ມີແລ້ວໃຫ້ເໝາະສົມ, ແກ້ໄຂການນຳໃຊ້ເສັ້ນ ທາງເປັນບ່ອນຈອດລົດເກັບເງິນ, ກວດກາການຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນໃຫ້ສອດຄ່ອງກັບລະບຽບຫຼັກການແທດເໝາະສະພາບຕົວຈິງ.
ປັບປຸງກວດກາການບັງຄັບໃຊ້ກົດໝາຍ, ກຳລັງຕຳຫຼວດທາງຫຼວງອອກກວດກາການສັນຈອນຕາມສາຍທາງ ເພື່ອສະກັດກັ້ນການເຄື່ອນໄຫວລະເມີດກົດໝາຍ ແລະ ກວດກາຈັບຄວາມໄວຂອງພາຫະນະ, ກວດກາທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່, ກວດການບັນທຸກເກີນ ເພື່ອປ້ອງກັນສະກັດກັ້ນການເກີດອຸປະຕິເຫດຕາມເສັ້ນທາງ; ຈັດຕັ້ງຕຳຫຼວດຈະລາຈອນກວດກາການສັນຈອນໃນຕົວເມືອງ, ການຈອດລົດຊະຊາຍບໍ່ປະຕິບັດຕາມປ້າຍຈະລາຈອນເຊັ່ນ: ປ້າຍຫ້າມຈອດ, ຈອດຮຽງກັນ, ແລ່ນບໍ່ຖືກຊ່ອງຈະລາຈອນ ແລະ ປ້າຍຫ້າມອື່ນໆ ເພື່ອຮັບປະກັນບໍ່ໃຫ້ການສັນຈອນແອອັດ.ເຊິ່ງທັງໝົດນີ້ຄົນໃດໜຶ່ງແມ່ນບໍ່ສາມາດປະຕິບັດໄດ້ຕ້ອງອີງໃສ່ກຳລັງແຮງຂອງສັງຄົມ, ທຸກຄົນເປັນເຈົ້າການຮ່ວມກັນຈິ່ງຈະໄດ້ຮັບຜົນສຳເລັດ.
ຈາກ: ຄວາມສະຫງົບ