ເປົ້າໝາຍພົວພັນ ຢ າ ເ ສ ບ ຕິ ດ 15 ຄົນ ຖືກສຶກສາອົບຮົມ

0
507

ວັນທີ 23 ກຸມພາ 2022 ປກສ ກຸ່ມດົງໂດກ ນໍາໂດຍ ພັຕ ສີຈັນ ລາດຊະວົງ ຮອງຫົວໜ້າ ປກສ ກຸ່ມ ດົງໂດກ ກອງບັນຊາການ ປກສ ເມືອງໄຊທານີ ສົມທົບກັບພະນັກງານກໍ່ສ້າງຮາກຖານການເມືອງ ບ້ານສະພັງເມິກ ໄດ້ເຊີນເອົາບັນດາເປົ້າໝາຍທີ່ພົວພັນ ເ ສ ບ ຢ າ ເ ສ ບ ຕິ ດ 15 ຄົນຂຶ້ນມາສຶກສາອົບຮົມ.

ການສຶກສາອົບຮົມໃນຄັ້ງນີ້ ໄດ້ເນັ້ນໃຫ້ເປົ້າໝາຍ ທີ່ພົວພັນເ ສ ບ ຢ າ ເ ສ ບ ຕິ ດ ຮູ້ໄດ້ເຖິງຜົ ນຮ້ າຍ ແລະ ໄພອັນຕະລາຍຂອງ ຢ າ ເ ສ ບ ຕິ ດ ໂດຍສະເພາະຕໍ່ຕົນເອງ ເຮັດໃຫ້ຮ່າງກາຍຈ່ອຍຜອມ, ມີຜົນກະທົບໂດຍກົງຕໍ່ຈິດປະສາດ ຮ້າຍແຮງໄປກວ່ານັ້ນ ຖ້າຫາກເສບຫຼາຍຈະກາຍເປັນບ້ າເ ສຍຈິ ດ ມັກໃຊ້ຄວາມຮຸ ນແຮງ ສາເຫດການພົວພັນ ຫຼື ເສບຢາ ສ່ວນໜຶ່ງຫຼັງຈາກຮຽນຈົບມາແລ້ວບໍ່ມີວຽກເຮັດງານທຳ ແລະ ຖືກຊັກຊວນ. ພາຍຫຼັງສຶກສາອົບຮົມແລ້ວ ເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກແລ້ວມອບໃຫ້ຜູ້ປົກຄອງນຳໄປສຶກສາອົບຮົມຄຸ້ມຄອງຕໍ່ໄປ.

ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ພໍ່ແມ່, ຜູ້ປົກຄອງ ໃຫ້ຍົກສູງເອົາໃຈໃສ່ ໃນການຕິດຕາມພຶດຕິກຳຂອງຜູ້ເປັນລູກ, ຫຼານ ຖ້າຫາກຮູ້ວ່າ ພວກເຂົາເຈົ້າ ຫາກມີການພົວພັນກັບ ຢ າ ເ ສ ບ ຕິ ດ ໃຫ້ຈິງໃຈລາຍງານເຈົ້າໜ້າທີ່ ຫຼື ທາງວັອດແອັບ 020 228899774 ຫຼື ເຟັສ໌ບຸກປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.