ຫຼ່ຽມໂຈນໃນຄາບເຈົ້າໜ້າທີ່ ອ້າງເປັນຕຳຫຼວດເອົາຄົນອອກຄຸກໄດ້

0
429

ບອກແລ້ວກໍບອກອີກຢ່າຫູເບົາເອົາເງິນໃຫ້ໃຜງ່າຍໆ ໂດຍສະເພາະການຊື້ການຈ້າງ ອັນທີ່ຄົນມັກງ່າຍທັງຫຼາຍມັກເຮັດ ອາໄສວ່າເພິ່ນເປັນຄົນທີ່ຮູ້ ແລະຄຸ້ນເຄີຍກັບເຈົ້າໜ້າທີ່ໆກ່ຽວຂ້ອງວ່າຊ້ານ ແຕ່ສຸດທ້າຍສູນເງິນໄປລ້າໆ ສິ່ງທີ່ຢາກໄດ້ກໍຍັງຢູ່ໃນຄວາມຝັນຄືເກົ່າ ທີ່ເຫັນຜ່ານມາໄດ້ແກ່ການຈ້າງເຂົ້າເຮັດວຽກ, ການແລ່ນເອກະສານທາງລັດຖະບານບໍ່ວ່າຈະເປັນເອກະສານລົດ, ໃບຂັບຂີ່ບັດຕ່າງໆ ຜູ້ໂຊກດີກໍ່ຖືວ່າດີໄປ ແຕ່ຜູ້ໂຊກຮ້າຍຄືເສຍເງິນຟຣີ ກໍລະນີນີ້ກໍ່ເຊັ່ນດຽວກັນ.

ມີປະຊາຊົນຊາວເມືອງສຸຂຸມມາ ແຂວງຈຳປາສັກ ຫຼົງເຊື່ອຊາຍບໍ່ຮູ້ຊື່ແອບອ້າງຕົນວ່າເປັນ ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ສາມາດແລ່ນເອົາລູກອອກຈາກຄຸກໄດ້ ຈິ່ງໂອນເງິນໄປໃຫ້ສຸດທ້າຍຖືກຫຼອກເຊັ່ນເຄີຍ.

ວັນທີ 16 ກຸມພາ 2021 ຫ້ອງຂ່າວ ປກສ ແຂວງຈຳປາສັກ ລາຍງານວ່າ: ເຈົ້າໜ້າທີ່ພະແພກສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 22 ພະຈິກ 2021 ໄດ້ຮັບ ແຈ້ງຄວາມຈາກຜູ້ເສຍຫາຍສອງຄົນທີ່ເປັນປະຊາຊົນຢູ່ເມືອງສຸຂຸມມາ ມີຊາຍບໍ່ຮູ້ຊື່ ແອບອ້າງເປັນເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໂທລະສັບມາຫາບອກໃຫ້ໂອນ ເງິນໃຫ້ ຄ່ານໍາສົ່ງ ທ້າວ ເຫຼືອງ ແລະ ທ້າວ ລາດ ທີ່ຖືກກັກຕົວຢູ່ຄ້າຍຄຸມ ຂັງ-ດັດສ້າງ ປກສ ແຂວງຈຳປາສັກ ໂດຍບອກວ່າ ທັງສອງປ່ວຍແຮງໄດ້ນຳຕົວອອກ ມາປິ່ນປົວ. ຈາກນັ້ນ, ຈາກນັ້ນຜູ້ເສຍຫາຍຈິ່ງໄດ້ໂອນເງິນເຂົ້າບັນຊີດຽວກັນ ຈຳນວນ 2.000.000 ກີບ ແລະ 3.000.000 ກີບ.

ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ, ເຈົ້າໜ້າທີ່ຈິ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຫຼັກຖານຕິດ ຕາມເປົ້າໝາຍ, ມາຮອດວັນທີ ວັນທີ 31 ທັນວາ 2021 ຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ ຊື່ ທ້າວ ເພ່ຍ ອາຍຸ 35 ປີ ປະຊາ ຊົນຢູ່ບ້ານໜອງແຕ້ ເມືອງຈຳປາສັກ ແຂວງຈຳປາສັກ.

ຜູ້ກ່ຽວໃຫ້ສາລະພາບກັບເຈົ້າໜ້າທີ່ວ່າ: ໃນປີ 2019 ຜູ້ກ່ຽວໄດ້ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາສໍ້ໂກງຊັບ ແລະ ຖືກຕັດສິນຈຳຄຸກ 1ປີ 6ເດືອນ ພາຍຫຼັງທີ່ໄດ້ພົ້ນໂທດກໍ່ໄດ້ສ້າງຄອບຄົວ ກັບນາງຄຳ ຢູ່ບ້ານ ໂນນແດງ ເມືອງສຸຂຸມມາ ແຂວງ ຈຳປາສັກ ມາຮອດທ້າຍປີ 2021 ຜູ້ກ່ຽວບໍ່ມີເງິນໃຊ້ ຈຶ່ງຫາວີທີຕົວະເອົາເງິນນຳພີ່ນ້ອງ ຂອງທ້າວ ສາຍ ອາຍຸ 28 ປີ ທີ່ຖືກກັກຂັງນຳກັນຢູ່ຄຸມຂັງ-ດັດສ້າງເມືອງຈຳປາສັກ.

ໂດຍໄດ້ຂໍເບີໂທລະສັບຂອງແມ່ ທ້າວ ສາຍ ກ່ອນທີ່ຈະອອກຈາກຄ້າຍຄຸມຂັງ ແລ້ວໂທຫາແມ່ຂອງທ້າວສາຍ ໂດຍອ້າງວ່າຕົນເອງເປັນເຈົ້າໜ້າທີ່ ອອກຊື່ ທ້າວ ສີລາວົງ ຫຼື ນ້ອຍ ຢູ່ຄ້າຍຄຸມຂັງດັດສ້າງ ແຂວງຈຳປາສັກ ແລ້ວຕົວະວ່າໃຫ້ໄປພົວພັນເອົາທ້າວ ສາຍ ອອກຈາກຄ້າຍຄຸມຂັງ ຕ້ອງໃຊ້ເງິນຈຳນວນ 2 ພັນບາດໄທ ຈາກນັ້ນແມ່ຂອງທ້າວສາຍກໍ່ເອົາເງິນໃຫ້ 600.000 ກີບ ແລະ ເຂົ້າສານ 1 ກະສອບ ຜ່ານໄປ 2 ມື້ ແມ່ຂອງທ້າວສາຍໄດ້ໂທຫາຜູ້ກ່ຽວວ່າ ມີພີ່ນ້ອງຢາກແລ່ນເອົາລູກອອກຈາກຫ້ອງຂັງ ຜູ້ກ່ຽວຕອບວ່າ ຖ້າຢາກເອົາລູກອອກຈາກຫ້ອງຂັງແມ່ນຕ້ອງໃຊ້ເງິນ 6 ລ້ານກີບ.

ຈາກນນັ້ນ, ຜູ້ກ່ຽວກໍ່ໄດ້ໂທຫາຜູ້ທີ່ຕ້ອງການແລ່ນເອົາລູກອອກ ໂອນເງິນໃຫ້ກ່ອນ 3 ລ້ານກີບ ຜ່ານບັນຊີຂອງທ້າວຊົມ ຕໍ່ມາຜູ້ກ່ຽວກໍ່ໄດ້ເອົາເງິນນຳທ້າວຊົມ ແລ້ວເອົາມາຈ່າຍຈົນໝົດ ນອກຈາກນັ້ນ ກໍ່ຍັງໄດ້ຕົວະເອົາເງິນນຳພີ່ນ້ອງຂອງຜູ້ຖືກຄຸມຂັງອີກຫຼາຍຄົນລວມເປັນເງິນ 9 ລ້ານກວ່າກີບ ວັນທີ 31 ທັນວາ 2021 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ຈາກ: ຄວາມສະຫງົບ