ເປີດໂສມໜ້າ ຜູ້ບໍລິຫານຄ້າຍດັງປະກາດສະໜັບສະໜູນ ນ້ອງກັນ ພ້ອມດັນໃຫ້ໄປເຖິງຝັນ ແລະ ດູແລເບິ່ງແຍງທຸກດ້ານ

0
396

ເປັນເລື່ອງລາວທີ່ມີຄົນເວົ້າເຖິງຫຼາຍ ຕ້ອງບອກເລີຍວ່າເຮັດໃຫ້ຊາວໂຊຊຽວແຫ່ສົ່ງກຳລັງໃຈໃຫ້ຢ່າງລົ້ນຫຼາມເລີຍທີດຽວ ຫຼັງຈາກໄດ້ເຫັນເລື່ອງລາວຂອງ ນ້ອງກັນ ຊະນະເດດ ເດັກຊາຍໄວ 12 ປີ ທີ່ອອກມາໄລ້ສົດຮ້ອງເພງທັງນ້ຳຕາໃນງານສົບຂອງພໍ່ທີ່ຈາກໄປດ້ວຍໂ ລ ກ ມ ະ ເ ຮັ ງ

ໂດຍ ນ້ອງກັນ ນັ້ນໄລ້ສົດຮ້ອງເພງເພື່ອຫາເງິນມາຈັດງານ ສົ ບ ໃຫ້ກັບພໍ່

ບອກເລີຍວ່າເປັນຫຍັງທີ່ຫົດຫູ່ໃຈເປັນຢ່າງຫຼາຍເພາະວ່າ ນ້ອງກັນ ນັ້ນຮ້ອງເພງໄປດ້ວຍຮ້ອງໄຫ້ໄປດ້ວຍ

ເຮັດເອົາຫຼາຍຄົນນັ້ນຮ້ອງໄຫ້ໄປຕາມໆກັນເລີຍທີດຽວ ເຊິ່ງຫຼາຍຄົນກໍ່ເຂົ້າໄປສົ່ງກຳລັງໃຈ

ໃຫ້ກັບ ນ້ອງກັນ ແລ້ວກໍ່ມີອີກຫຼາຍຄົນເລີຍທີ່ຍື່ນມືເຂົ້າມາຊ່ວຍເຫຼືອ

ເຊິ່ງຫາກຍ້ອນໄປແລ້ວສະໄໝທີ່ພໍ່ປ່ວຍນັ້ນ ນ້ອງກັນ

ກໍ່ເຄີຍໄລ້ສົດຮ້ອງເພງເພື່ອຫາເງິນມາເປັນຄ່າຮັກ ສ າ ພ ະ ຍ າ ບ າ ນ ໃຫ້ກັບພໍ່

ບອກເລີຍວ່າສຽງດີຫຼາຍ ແຖມຍັງເຄີຍເດີນສາຍປະກວດຕາມເວທີຕ່າງໆອີກດ້ວຍ

ຢ່າງທີ່ບອກເລີຍວ່າກໍ່ມີຫຼາຍສ່ວນເລີຍທີ່ເຂົ້າມາຊ່ວຍເຫຼືອ ນ້ອງກັນ
ຢ່າງລ່າສຸດກໍ່ ຈິບ-ເທບພະອາດ ກະວິນອະນັນ ຊີອີໂອຄ້າຍເພງດັງ LOVEiS Entertainment ຫຼື ຈິບ ເລີບອິສ ທີ່ອອກມາໂພສຕາມຕົວ ນ້ອງກັນ

ໂດຍທາງ ຈິບ ໄດ້ແຊຣ໌ໂພສຂອງ ໂປເຕ້ ວົງມີນ ທີ່ໄດ້ທະວິດຂໍ້ຄວາມກ່ຽວກັບ ນ້ອງກັນ ວ່າ “ໃດໆຄືນ້ອງມີຄວາມສາມາດ ເອົາໃຈຊ່ວຍນ້ອງກັນເດີ້ ນ້ອງເຂັ້ມແຂງຫຼາຍ”

ງານນີ້ກໍ່ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນກັນເປັນຈຳນວນຫຼາຍເລີຍທີດຽວ ເຊິ່ງຫຼາຍຄົນກໍ່ເຂົ້າມາຢືນຢັນວ່ານ້ອງເປັນຄົນດີຫຼາຍ ຊ່ວຍພໍ່ຫາເງິນຕັ້ງແຕ່ເດັກນ້ອຍ ແຖມຍັງຊື່ນຊົມ ຈິບ ອີກດ້ວຍ

ຄອມເມັ້ນລົວໆເລີຍວ່າ ຝາກແດ່ເດີ້ ນ້ອງເປັນເດັກຈິດໃຈດີ ກະຕັນຍູຫຼາຍ ນ້ອງຊ່ວຍພໍ່ຫາເງິນຕັ້ງແຕ່ເດັກນ້ອຍໂດຍການຮ້ອງເພງ+ຫຼິ້ນດົນຕຣີ ນ້ອງເຂັ້ມແຂງຫຼາຍ ນ້ອງຢູ່ກັບພໍ່ 2 ຄົນ ຝາກປັ້ນນ້ອງໃຫ້ເປັນສິລະປິນໃນອະນາຄົດແດ່ເດີ້
ເບິ່ງເພຈນ້ອງແລ້ວ ນ້ອງເກັ່ງຫຼາຍ ເຂັ້ມແຂງຫຼາຍ ດີໃຈທີ່ຈິບຍື່ນມືເຂົ້າມາໂອບອ້ອມນ້ອງ ນ້ອງມີເພຈ Fb ເດີ້
ມື້ນີ້ນ້ອງມາອອກລາຍການໂຫນກະແສຂອງ ອ້າຍໜຸ່ມ ກັນໄຊ ຕິດຕໍ່ອ້າຍໜຸ່ມເລີຍພໍ່ ດີໃຈທີ່ພໍ່ຈິບ ຍື່ນມືອັນອົບອຸ່ນເພື່ອໂອບອ້ອມເອົານ້ອງ ມັນດີຫຼາຍເລີຍ ໃຈດີຫຼາຍເລີຍ