ເປັນອີກກະແສທີ່ມີຄົນຕິດຕາມກັນຫຼາຍ ຫຼັງມີພາບຄູ່ວ່າທີ່ສະໃພ້ໝື່ນລ້ານ ທຳຄວາມຮູ້ຈັກ 3 ໜຸ່ມຫຼໍ່ 3 ຄາແລກເຕີ້ ຈາກຕະກູນ ພອນປະພາ ທີ່ທັງສາມອ້າຍນ້ອງລ້ວນມີແຟນເປັນດາຣາ-ນາງແບບໃນວົງການບັນເທິງທັງສິ້ນ ເລີ່ມຕັ້ງແຕ່ໜຸ່ມ ພົກ ປະທານວົງ ທີ່ລ່າສຸດຫົວໃຈເປັນສີຊົມພູອີກຄັ້ງເພາະກຳລັງຄົບຫາເບິ່ງໃຈກັບນາງເອກຊຸບຕາ ອ້ຳ ພັດຊະລາພາ
ຂະນະທີ່ ໄນ ປະໄນກໍ່ເປັນໜຸ່ມຄົນສະໜິດດູແລຫົວໃຈຂອງ ແຕ້ວ-ນະທະພອນ ດ້ານເຊົ້າ-ປະຄຸນ ນ້ອງຄົນສຸດທ້ອງ ກໍ່ກຳລັງສຶກສາເບິ່ງໃຈກັບ ນາງແບບສາວ ຫຸ່ນດີ ມະລິ-ໂຄດ ສຳຫຼັບ ໄຮໂຊພົກ ມີຊື່ແທ້ວ່າ ປະທານວົງ ພອນປະພາ ເປັນທາຍາດລຸ້ນທີ່ 3 ສະຫຍາມກົນການອຸດສາຫະກຳ ບໍລິສັດຊັ້ນນຳດ້ານອຸດສາຫະກຳລົດຍົນ ແລະ ອາໄຫຼ່ຂອງເມືອງໄທ
ແລະຍັງເປັນບໍລິສັດຜູ້ນຳເຂົ້າ ແລະ ຈັດຈຳໜ່າຍລົດຍົນ Nissan ນອກຈາກນີ້ຄອບຄົວ ພອນປະພາ ຍັງມີທຸລະກິດໂຮງແຮມສຸດຮິບ SiamSiam ໂຮງແຮມທີ່ໂດດເດັ່ນດ້ານການອອກແບບອີກດ້ວຍ
ງາມແລະລວຍຫຼາຍແທ້ໆ ສຳຫຼັບ “ອ້ຳ ພັດຊະລາພາ” ຊຸບຕາສາວຄົນງາມ ສາວອ້ຳກໍ່ເຄີຍເປັນເຈົ້າຂອງ iPhone 6 Plus ລຸ້ນພິເສດຍ້ອມທອງຄຳບໍລິສຸດ 24K (99.9%) ສຸດຫຼູ ຈາກ Gold Elite Paris ລາຄາສູງເຖິງເຄື່ອງລະເກືອບ 70.000.000 ລ້ານກີບ ບໍ່ລວຍຊື້ບໍ່ໄດ້ແທ້ໆເດີ້
ເຖິງບໍ່ມີງານສະແດງແຕ່ຄວາມເປັນນາງເອກເບີໜຶ່ງຊ່ອງ 7 ກໍ່ຍັງເຮັດໃຫ້ “ອ້ຳ” ມີຊື່ສຽງແລະມີອິດທິພົນຕໍ່ແວດວົງເອເຍນຊີ່ຈົນຫຼາຍແບນກ້າເທງົບໂຄສະນາ ສູ້ຄ່າຕົວຂອງລາວທີ່ມີເລດຢູ່ທີ່ 12-15 ລ້ານບາດຕໍ່ໂປດັກໜຶ່ງຕົວ
ເຊິ່ງປີນີ້ “ອ້ຳ” ມີງານພີເຊັນເຕີ້ໂຄສະນາທັງຕົວເກົ່າທີ່ຕໍ່ສັນຍາມາເຖິງປັດຈຸບັນ ແລະ ຕົວໃໝ່ທີ່ຫາໄດ້ໃນປີນີ້ລວມກັນແລ້ວຫຼາຍກ່ວາ 10 ຕົວ ຖ້າຄຳນວນພຽງແຕ່ 10 ຕົວ ຕົວລະ 12 ລ້ານບາດ “ອ້ຳ” ຈະມີລາຍໄດ້ຈາກງານພີເຊັນເຕີ້ໂຄສະນາຫຼາຍເຖິງ 120 ລ້ານບາດເລີຍທີດຽວ
ແຕ່ກ່ວາທີ່ “ອ້ຳ” ຈະມາຢືນຢູ່ຈຸດທີ່ຕົວເອງມີມູນຄ່າຫຼາຍຂະໜາດນີ້ລາວຕ້ອງສ້າງຊື່ສຽງຈົນປະຊາຊົນຍອມຮັບວ່າລາວຄືນາງເອກທີ່ຫຍິບຈັບຫຍັງກໍ່ສ້າງມູນຄ່າການຕະຫຼາດໄປໝົດ