ຜ່ານມາ, ສັງຄົມໄດ້ຖາມເຂົ້າມາທາງສາຍດ່ວນ ກ່ຽວກັບຂັ້ນຕອນການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້, ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຊີ້ແຈງໃນວັນທີ 1 ມີນານີ້ວ່າ:
ບັນຫານີ້ໃຫ້ປະຕິບັດຕາມແຈ້ງການຂອງ ຫສນຍ ສະບັບເລກທີ 130/ຫສນຍ ລົງວັນທີ 3 ກຸມພາ 2022 ເປັນຕົ້ນຜູ້ຈະເດີນທາງເຂົ້າມາ ຕ້ອງມີໃບຢັ້ງຢືນກວດຫາເຊື້ອພະຍາດໂຄວິດ-19 ໃນ 48 ຊົ່ວໂມງກ່ອນເດີນທາງຮອດ ສປປ ລາວ, ຕ້ອງມີບັດສັກວັກຊິນຄົບໂດສ, ມີໃບຢັ້ງຢືນການຈອງສະຖານທີ່ຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ໃນໄລຍະລໍຖ້າຜົນກວດ, ສຳລັບພົນລະເມືອງລາວ ໃຫ້ລົງທະບຽນຢູ່ສະຖານທູດ ຫລື ສະຖານກົງສູນໃຫ່ຍແຫ່ງ ສປປ ລາວ ໃນປະເທດທີ່ຕົນເອງອາໄສຢູ່, ຕ້ອງເຮັດໜັງສືສະເໜີຂໍເຂົ້າປະເທດເຖິງ ຄະນະສະເພາະກິດກະຊວງການຕ່າງປະເທດ (ກົມກົງສູນ ຢູ່ ສປປ ລາວ) ລ່ວງໜ້າຢ່າງໜ້ອຍ 7 ວັນລັດຖະການກ່ອນມື້ຈະເດີນທາງເຂົ້າ ສປປ ລາວ, ສຳລັບຄົນຕ່າງປະເທດທີ່ຍັງບໍ່ທັນມີວີຊ່າເຂົ້າສປປ ລາວ ພາຍຫລັງໄດ້ຮັບອະນຸຍາດປະເພດວີຊ່າຈາກກົມກົງສູນກະຊວງການຕ່າງປະເທດຈຶ່ງສາມາດຍື່ນຂໍວີຊ່າທີ່ສະຖານເອກອັກຄະລັດຖະທູດ ຫລື ສະ ຖານກົງສູນໃຫຍ່ແຫ່ງສປປ ລາວ ຢູ່ປະເທດຕົ້ນທາງ, ຕ້ອງມີປະກັນໄພ ໂຄວິດ-19 ຫລື ມາຊື້ຢູ່ປາຍທາງ ພາຍຫລັງເດີນທາງມາຮອດ ສປປ ລາວ
ສ່ວນຜູ້ຈະເດີນທາງອອກຈາກ ສປປ ລາວ ຕ້ອງມີໃບກວດຫາເຊື້ອພະຍາດໂຄວິດ-19 ດ້ວຍ RT-PCR(ພາຍໃນ 48 ຊົ່ວໂມງກ່ອນເດີນທາງ) ໂດຍທ່ານສາມາດໄປກວດໄດ້ຢູ່ສູນວິເຄາະ ແລະ ລະບາດວິທະຍາ ຫລັກ 3 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທຸກວັນຈັນ-ອາທິດ, ພົນລະເມືອງລາວ ແລະ ຄົນຕ່າງປະເທດທີ່ມີຈຸດປະສົງຢາກເດີນທາງອອກ ສປປ ລາວ ຕ້ອງໄດ້ສະເໜີຜ່ານສະຖານທູດຂອງປະເທດປາຍທາງຢູ່ ສປປ ລາວ, ຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ມາດຕະການຂອງປະເທດປາຍ ທາງ ເຊິ່ງສາມາດເບິ່ງລາຍລະອຽດ ເວັບໄຊທາງການຂອງກະຊວງການຕ່າງປະເທດ ທີ່ມີທັງສະບັບພາສາລາວ ແລະ ພາສາອັງກິດ.