4 ສັດມຸງຄຸນເສີມດວງຊະຕາຊີວິດ ແລະ ນໍາພາໂຊກລາບມາສູ່ເຮືອນ

0
439

ມື້ນີ້ຈະມາບອກກ່ຽວກັບ 4 ສັດມຸງຄຸນ ທີ່ອາດຈະເປັນຂອງຕົບແຕ່ງ ຫຼື ເຟີນິເຈີ ທີ່ເປັນຮູບປັ້ນ ຫຼື ຮູບພາບ ທີ່ຈະຊ່ວຍເສີມສ້າງດວງຊະຕາ ແລະ ນຳໂຊກລາບເຂົ້າມາສູ່ເຮືອນ ເຊິ່ງວ່າສັດມຸງຄຸນແຕ່ລະຊະນິດ ກໍ່ຈະຊ່ວຍເສີມສ້າງໃນເລື່ອງຕ່າງໆ ທີ່ຕ່າງກັນອອກໄປ ແຕ່ວ່າຈະຊ່ວຍເສີມສ້າງໃນເລື່ອງທີ່ກ່ຽວກັບຫຍັງແນ່ເຮົາມາເບິ່ງກັນ.

ກວາງ: ມັ່ງມີສີສຸກ ເຊື່ອກັນວ່າກວາງເປັນຕົວແທນຂອງຄວາມມັ່ງມີສີສຸກ ແລະ ຊ່ວຍໃຫ້ສົມຫວັງໃນສິ່ງທີ່ປາຖະໜາ ການທີ່ໃຊ້ກວາງທີ່ເປັນຮູບປັ້ນກວາງ, ຮູບແຕ້ມກວາງ ຫຼື ຮູບຖ່າຍກວາງ ກໍ່ສາມາດໃຫ້ຄຸນຄ່າກັບເຈົ້າຂອງທຸລະກິດໄດ້ທັງໝົດ ທີ່ວ່າການຈັດການວາງຮູບພາບກວາງນັ້ນ ບໍ່ຄວນປິ່ນໜ້າອອກໄປທາງໜ້າຮ້ານ ຫຼື ໜ້າເຮືອນ ຄວນທີ່ຈະຫັນໜ້າເຂົ້າໃນເຮືອນ ເພາະກວາງຈະສາມາດນຳເອົາຄວາມມັ່ງມີເຂົ້າມາສູ່ເຮືອນ, ຮ້ານ ຫຼື ທຸລະກິດຕ່າງໆ. ຖ້າຫາກເປັນກວາງຄາບແກ້ວ ກໍ່ຈະໝາຍເຖິງອາຍຸຍືນ ແລະ ຮຸ່ງເຮືອງ ຜູ້ມີໄວ້ຈຶ່ງຈະອາຍຸຍືນ ແລະ ລ້ຳລວຍ ພ້ອມທັງມີຄວາມກ້າວໜ້າ.

ຫົງ: ຈະເລີນຮຸ່ງເຮືອງ ເປັນສັນຍາລັກຂອງຄວາມສຸກ, ຄວາມສະຫງ່າງາມ ແລະ ຄວາມຈະເລີນ ເຊິ່ງເຮົາຄວນວາງຫົງໄວ້ໃນທີ່ມອງເຫັນໄດ້ຢ່າງຊັດເຈນຈະຊ່ວຍເສີມຄວາມເປັນມຸງຄຸນໃຫ້ກັບເຮືອນຫຼັງນັ້ນ ລວມເຖິງຮ້ານຄ້າ ແລະ ສຳນັກງານ ແຕ່ວ່າທິດທາງການວາງຫົງແມ່ນບໍ່ຄວນປິ່ນໜ້າໄປທາງປະຕູອອກໂດຍເດັດຂາດ ເພາະຈະເທົ່າກັບການສູນເປົ່າ ຖ້າຫາກວ່າທຸລະກິດໃດຫາກມີຫົງໄວ້ ຍ່ອມສະແດງເຖິງຄວາມລ້ຳລວຍ ແລ ະຄວາມຈະເລີນຂອງທຸລະກິດ.

ກົບ 3 ຂາ: ເພີ່ມພູນເງິນທອງ ນິຍົມໃຊ້ໃນກຸ່ມຄົນຄ້າຂາຍ ເພື່ອເພີ່ມພູນເງິນທອງ ໃຫ້ກັບເຈົ້າຂອງທຸລະກິດ ຄວນວາງກົບໄວ້ໃນທີ່ຕຳແໜ່ງທີ່ເຫັນໄດ້ຢ່າງຊັດເຈນ ແລະ ເປັນຈຸດທີ່ຮຽນເງິນ ທອງ ເຂົ້າມາເຊັ່ນວ່າ: ລິ້ນຊັກ ຫຼື ເຄົາເຕີເກັບເງິນ ຄວນໃຊ້ກົບ 3 ຂາທີ່ເປັນສີທອງ ຫຼື ຢົກ ເພາະຖືວ່າເປັນຂອງທີ່ມີຄ່າ ແລະ ຊ່ວຍດຶງດູດຄວາມມັ່ງຄັ່ງໄດ້ຢ່າງມະຫາສານ.

ມັງກອນ: ໂຊກລາບ ຮຸ່ງເຮືອງ ມັງກອນຖືວ່າເປັນສັດທີ່ສຳຄັນທີ່ສຸດຂອງຊາວຈີນ ແລະ ເປັນສັດເທບທີ່ສັກສິດ ທີ່ສາມາດເຫາະຫີນ ເດີນອາກາດໄດ້ ແລະ ແຫກນ້ຳດຳດິນໄດ້ ດັ່ງນັ້ນ ມັງກອນຈຶ່ງເໝາະທີ່ສຸດສຳລັບ ການສົ່ງເສີມທຸລະກິດການຄ້າ ໃຫ້ຮຸ່ງເຮືອງໂດຍສະເພາະກັບສຳນັກງານ ຫຼື ຮ້ານຄ້າ ຊ່ວຍຮຽນໂຊກລາບໃຫ້ມາເຍືອນຢ່າງໝັ້ນຄົງ.


.