ການປະຕິບັດຕາມກົດໝາຍຕໍ່ຜູ້ກະທຳຜິດ ບໍ່ໄດ້ໝາຍເຖິງການທໍລະມານ ແຕ່ເປັນການດັດສ້າງແນວຄິດ ເພື່ອໃຫ້ສຳນຶກແລ້ວກັບກາຍມາເປັນຄົນດີຂອງສັງຄົມ ແຕ່ມັນກໍ່ຂຶ້ນກັບຄົນ ຫຼື ຕົວເອງຕັດສິນໃຈແທ້ໆ ຄົນເຮົາຕັດສິນໃຈແທນກັນບໍ່ໄດ້ ຖ້າປັບປ່ຽນຖືເປັນບົດຮຽນເພື່ອມາປະຕິບັດຕົນໃຫ້ຖືກຕ້ອງ ສິ່ງດີໆຈະຕາມມາເອງ ຢ່າເຮັດຄືຜູ້ນີ້ ຕິດຄຸກຕັ້ງ 5 ປິ ອອກມາບໍ່ພໍຄາວກັບສູ່ທາງສາຍເກົ່າ.
ຕາມຂ່າວລາຍງານຄັ້ງວັນທີ 25 ກຸມພາ ຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 500 ກວ່າເມັດ.
ໂດຍເວລາ 14:00 ຂອງວັນທີ 25 ກຸມພາ 2022, ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫຼວດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບຕົວເປົ້າໝາຍທີ່ມີການເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ບ້ານ ຖິ່ນເພຍ ເມືອງ ຫາດຊາຍຟອງ ຊື່ ທ້າວ ກິດຕະກອນ ອາຍຸ 30 ປີ ອາຊີບກຳມະກອນ ຢູ່ບ້ານຖິ່ນເພຍ ພ້ອມຂອງກາງຢາບ້າ ຈຳນວນ 516 ເມັດ.
ທ້າວ ກິດຕະກອນ ສາລະພາບກັບເຈົ້າໜ້າທີ່ວ່າ: ເຄີຍຖືກດຳເນີນຄະດີມາແລ້ວ 1 ຄັ້ງ ໃນປີ 2016 ໃນຂໍ້ຫາຄ້າຂາຍຢາເສບຕິດ ຖືກສານຕັດສິນຈຳຄຸກ 5 ປີ ແລະ ຖືກປ່ອຍຕົວ ອອກຈາກຄຸກໃນວັນທີ 2 ມິຖຸນາ 2021, ຫຼັງຈາກນັ້ນ ກໍກັບມາພົວພັນກັບຢາເສບຕິດອີກ ໂດຍໄດ້ມີການຊື້-ຂາຍນຳຊາຍຄົນໜຶ່ງບໍ່ຮູ້ຊື້ຢູ່ໃນຮ້ານເກມເຂດບ້ານຖິ່ນເພຍ ຫຼັງຈາກໄດ້ຢາ ບ້າມາກໍນຳໄປຂາຍໃຫ້ຜູ້ມົ້ວສຸມຢູ່ແຖວບ້ານ ແລະ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.
ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກຳລັງສືບສວນ-ສອບສວນຂະຫຍາຍ ຜົນຫາກຸ່ມແກ້ງຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.
ຂ່າວ: ໜັງສືພິມຄວາມສະຫງົບ