ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 3 ມີນາ 2022 ການງານ ການເງິນ ຄວາມຮັກ

0
215

ວັນຈັນ:ການ​ງານ ກ້າ​ຕັດ​ສິນ​ໃຈ​ກ່ຽວກັບ​ເລື່ອງ​ການ​ງານ​ ແລະ​ ມີ​ການເດີນທາງ​ຕິດ​ຕໍ່​ການ​ງານ​ຄ່ອນ​ຂ້າງ​ຫຼາຍໃນ​ຊ່ວງ​ນີ້​ ຜູ້ໃຫຍ່​ຈະໃຫ້​ຄວາມ​ຊ່ວຍ​ເຫລືອດ້ານ​ການ​ງານ​ດີ​ຂຶ້ນ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ໃນ​ຊ່ວງ​ນີ້​ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຄວາມ​ຮັກ ສຸກ​ສົມ​ຫວັງ​ ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ຢ່າງ​ທີ່​ຕົນເອງ​ປາດຖະຫນາ​ ຊ່ວງ​ນີ້​ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​

ວັນຄານ:ການ​ງານ ​​ ການ​ຕິດ​ຕໍ່​ເຈລະ​ຈາ​ທາງ​ດ້ານ​ການ​ງານ​ປະ​ສົບ​ຜົນ​ສຳ​ເລັດ​ ປະ​ສົບ​ຜົນ​ດີີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ການ​ເງິນ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ເທົ່າໃດ​ ເພາະ​ວາງ​ແຜນ​ການ​ໃຊ້​ຈ່າຍ​ໄວ້​ຮຽບຮ້ອຍ​ແລ້ວ​ ການ​ໃຊ້​ຈ່າຍ​ຢູ່ໃນ​ເກນ​ທີ່ລົງ​ໂຕ​ດີ​ຂຶ້ນ​ ຄວາມ​ຮັກ ​ ຈະ​ພົບ​ຄົນ​ຜິວ​ຂາວ​ກໍ​ເປັນ​ໄປ​ໄດ້​ໃນ​ຊ່ວງ​ນີ້​ ແຕ່​ທ່ານ​ຈະ​ບໍ່​ຊັດເຈນ​ປານໃດ​ ຕ້ອງ​ໃຊ້​ເວລາ​ເບິ່ງ​ກັນ​ຕໍ່ໄປ​ຈຶ່ງ​ຈະ​ດີກວ່າ​​

ວັນພຸດ:ການ​ງານ​ ພົບ​ອຸປະສັກ​ດ້ານ​ການ​ງານ​ດ້ວຍ​ ແຕ່​ກໍ​ມີ​ທີ່ປຶກ​ສາ​ເປັນ​ຜູ້ໃຫຍ່​ທີ່​ໄວ້​ໃຈ​ໄດ້​ ເຮັດໃຫ້​ມີ​ໂອ​ກາດ​ສ້າງ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ງານ​ ຫລື​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ຕ່າງ​ໆ​ ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​
ການ​ເງິນ ​ ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ອອກ​ໄປ​ແລ້ວ​ກໍ​ໄດ້​ເຂົ້າ​ມາແບບບໍ່ທັນຕັ້ງໂຕ​ ໃນ​ຊ່ວງ​ນີ້​ໃຊ້​ຄວາມ​ປະ​ຫຢັດ​ຈຶ່ງ​ຈະ​ດີ​ ຄວາມ​ຮັກ ​ ລົງ​ໂຕ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ດີ​ຂຶ້ນ​ ຈະ​ພົບ​ກັບ​ຄົົນທີ່​ມີ​ສະເນ່​ຫລາຍ​ໆ​ ຜິວ​ສອງ​ສີ​ ທີ່​ຈະ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​

ວັນພະຫັດ:ການ​ງານ ສາມາດ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ຕ່າງ​ໆ​ ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​​ເທັກ​ນິກ​ ຄວາມ​ສາມາດ​ ແລະ​ຄວາມ​ພຽນ​ພະຍາຍາມ​ຂອງ​ຕົນເອງ​ ການ​ເງິນ​ ​​ ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້​ ມີ​ໂຊ​ກດີ​​ຫລາຍກວ່າ​ 1 ເທື່ອ​​ ຄວາມ​ຮັກ ຍັງ​ຫ່າງ​ເຫີນ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ໃນ​ຊ່ວງ​ນີ້​ເວລາ​ທີ່​ມີ​ໃຫ້​ກັນ​ຍັງມີ​ນ້ອຍ​ຈົນ​ເກີນ​ໄປ​ນັ້ນ​ເອງ​

ວັນສຸກ:ການ​ງານ​ ວາງ​ແຜນ​ດ້ານ​ການ​ງານ​ດ້ວຍ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ ມັກ​ມີ​ເລື່ອງ​ເຂົ້າ​ມາ​ໃຫ້​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ ການ​ເງິນ ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ເພີ່ມ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ໃນ​ຊ່ວງ​ນີ້​ດວງດ້ານ​ການ​ເງິນ​ດີ​ຂຶ້ນ​ ຄວາມ​ຮັກ​ ທົບ​ທວນ​ໃນ​ເລື່ອງ​ຂອງ​ສະຖານນະການ​ດ້ານ​ຄວາມ​ຮັກ​ຕ່າງ​ໆ​ ແລະ​ ວາງ​ແຜນ​ອະນາຄົດ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​

ວັນເສົາ:ການ​ງານ ຄວາມ​ຂະຫຍັນ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ ຄວາມ​ສະຫລຽວ​ສະຫລາດ​ໃນ​ການ​ເຈລະ​ຈາ​ຈະ​ເປັນ​ຂໍ້​ດີ​ຂອງ​ທ່ານ​ ທີ່​ຈະ​ຊ່ວຍ​ແກ້​ບັນຫາ​ສະເພາະ​ໜ້າ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ຈ່າຍ​ອອກ​ໄປຫຼາຍ​ ແຕ່​ກໍ​ຮູ້​ວ່າ​ຄວນ​ຈະ​ຈ່າຍ​ຢ່າງໃດ​ໃຫ້​ຄຸ້ມ​ຄ່າ​ຫລາຍ​ທີ່ສຸດ​ໃ​ນຕອນ​ນີ້​ ຄວາມ​ຮັກ ຈະ​ພົບ​ວ່າ​ຄົນມີສະເນ່ ພົບກັນແບບໍ່ທັນຕັ້ງໂຕ

ວັນອາທິດ:ການ​ງານຄວາມ​ຂະຫຍັນ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ສະເໝີ​ ບາງເທື່ອ​ກໍ​ຕ້ອງ​ລອງ​ຜິດ​ລອງ​ຖືກ​ເພື່ອ​ໃຫ້​ເກີດ​ການ​ຮຽນ​ຮູ້​ ແລະ ​ປະສົບການ​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ ຫາ​ມາ​ໄດ້​ຫລາຍ​ກໍ​ຕ້ອງ​ໃຊ້​ຈ່າຍ​ອອກ​ໄປ​ຫລາຍ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ ຄວາມ​ຮັກ ຊ່ວງ​ນີ້​ໂດດ​ເດັ່ນ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ເປັນ​ຢ່າງ​ຫລາຍ​ ຈະ​ໄດ້​ຂ່າວ​ຄາວ​ດ້ານ​ຄວາມ​ຮັກ​ຕ່າງ​ໆ​ ຄ່ອຍ​ໆ​ຄິດ​ ຄ່ອຍ​ໆ​ພິຈາລະນາ​ໃນ​ເລື່ອງ​ເຫຼົ່າ​ນີ້​ ຈຶ່ງ​ຈະ​ເປັນ​ໂຊກດີ​ສຳລັບ​ຕົນເອງ​