ອຸທາຫອນຈາກເຄື່ອງໃຊ້ໃກ້ຕົວ ໂທລະສັບອັນຕະລາຍກວ່າທີ່ຄິດ

0
435

ເຄື່ອງໃຊ້ເຕັກໂນໂລຢີ ປັດຈຸບັນມີຄວາມທັນສະໄໝ ຖືກພັດທະນາຂຶ້ນແບບບໍ່ຢຸດຢັ້ງ ແລະຍັງເປັນສິ່ງທີ່ຂາດບໍ່ໄດ້ສຳລັບຄົນຈຳນວນຫຼາຍ ປະມານວ່າໄປໃສໄປນຳກັນແມ່ນແຕ່ເວລາເຂົ້າຫ້ອງນ້ຳຍັງບໍ່ເວັ້ນເວົ້າໄດ້ວ່າ ມີບົດບາດອິດທິພົນຫຼາຍຕໍ່ການດຳລົງຊີວິດ ແຕ່ໃນນັ້ນກໍ່ມີອັນຕະລາຍໃນຕົວຂອງມັນຄືກັນ.

ທາງທີ່ດີ ຄວນແບ່ງເວລາການໃຊ້ໃຫ້ເໝາະສົມ ໂດຍສະເພາະໃນເວລາຫຼັບ ເວລານອນ ກໍ່ຄວນປະໄວ້ຫ່າງຈາກຕົນເອງ ບໍ່ຄວນປະໄວ້ໃກ້ຕົນເອງຈົນເກີນໄປ ຄືໃຫ້ເໝາະສົມ ເນື່ອງຈາກໂທລະສັບແມ່ນມີກ້ອນແບັດເຕີຣີ ໃນເວລາທີ່ສາກເຕັມທີ່ແລ້ວກໍ່ຄວນຖອດໄວ້ ບໍ່ຄວນສາກດົນຈົນເກີນໄປ ອາດເກີດໄພຕາມມາໄດ້.

ໃຫ້ເອົາເລື່ອງນີ້ເປັນອຸທາຫອນ ພ້ອມເຕືອນຫຼາຍຄົນ ຂໍຢ້ຳວ່າເລື່ອງນີ້ແມ່ນເກີດຂຶ້ນແທ້ ຈາກທີ່ມີຜູ້ໃຊ້ເຟສທ່ານໜຶ່ງ ອ້າຍຈູມມະລີເດ ໄດ້ໂພສຮູບພາບ ໂທລະສັບມືຖືລະເບີດໃນຂະນະທີ່ສາກປະໄວ້ຂ້າງບ່ອນນອນ ເຊິ່ງເຫດການດັ່ງກ່າວແມ່ນເກີດຂຶ້ນ ໃນຕອນເຊົ້າຂອງວັນທີ 3 ມີນາ 2022 ທີ່ບ້ານຫລັກໄຊ ເມືອງ ພະລານໄຊ ແຂວງສະຫວັນນະເຂດ ໂຊກດີທີ່ບໍ່ມີໃຜເປັນຫຍັງຈາກເຫດການດັ່ງກ່າວ ເນື່ອງຈາກຢູ່ຫ່າງໂທລະສັບ.

ເຫດການນີ້ແມ່ນບໍ່ໄດ້ມີການລະບຸວ່າ ຂະນະທີ່ລະເບີດນັ້ນມີຄົນຫຼິ້ນໂທລະສັບເຄື່ອງດັ່ງກ່າວ ຫຼື ບໍ່ ແຕ່ຕາມທີ່ສັງເກດໜ້າຈະສາກປະ ແລະ ດົນຈົນເກີນໄປ. ແຕ່ເຖິງຢ່າງໃດກໍ່ຕາມ ການໃຊ້ໂທລະສັບກໍ່ຄວນມີສະຕິ ປ້ອງກັນອຸບັດຕິເຫດ ແລະ ຄວາມອັນຕະລາຍມັນໃກ້ໂຕເຮົາແທ້ໆ ຫຼື ຂໍເຕືອນເລີຍ ບໍ່ຄວນສາກພ້ອມ ແລະ ຫຼິ້ນໄປພ້ອມ, ສາກດົນຈົນເກີນໄປ ຫຼື ຊອດແຈ້ງ ເຊິ່ງອາດຈະເຮັດໃຫ້ເຄື່ອງຮ້ອນ ແລະ ລະເບີດໄດ້.