ເພາະຊີວິດເຮົາເກີດມາບໍ່ໄດ້ມີພ້ອມ ເລີຍຕ້ອງພະຍາຍາມຫຼາຍກວ່າຄົນອື່ນ

0
123

ສຸດຍອດ ຂໍຊົມເຊີຍ ສາວນ້ອຍອາຍຸພຽງ 23ປີ ຫາເງີນຊື້ລົດເອງໄດ້ ເພື່ອບໍ່ຢາກໃຫ້ພໍ່ແມ່ທຸກ ແອັດເຊື່ອວ່າການທີ່ເຮົາເຮັດຫັຍງໃຫ້ພໍ່ແມ່ໄດ້ພາກພູມໃຈ ເປັນຫັຍງທີ່ດີຫຼາຍ ແລະສິ່ງດີໆນັ້ນຈະກັບຄືນມາຫາເຮົາ ເຮັດບຸນນຳໃຜ ກໍ່ບໍ່ເທົ່າກັບການເຮັດນຳພໍ່ແມ່

ຊື້ລົດຄັນແລກໃນຊີວິດ ໃຫ້ພໍ່ແມ່ ລາຄາ300ກວ່າລ້ານຕອນ ອາຍຸ23ປີ ຍອມເມື່ອຍ ຍອມນອນນ້ອຍໃນທຸກມື້ ທັງເຮັດວຽກ ທັງຮຽນຕໍ່ ປ.ຕີ ທັງຂາຍເຄື່ອງ ເພາະຢາກໃຫ້ຄົນ ທີ່ເຮົາຮັກສະບາຍ ໃນຕອນທີ່ເພິ່ນຍັງຢູ່ນຳເຮົາ ອີຕົນພໍ່ແມ່ສຸດໆໄປໃສມາໃສຕ້ອງຕາກແດດ ຕາກຝົນ

ຕໍ່ໄປນີ້ອີ່ພໍ່ອິ່ແມ່ບໍ່ຕ້ອງລຳບາກແລ້ວເດີ ພິມໄປນ້ຳຕາໄຫຼໄປ ຜ່ານມາຫຼາຍທຸກຫຼາຍໂສກ ຈົນເປັນຄົນອົດທົນສຸດໆ ສູ້ຊີວິດມາຈົນມີມື້ນີ້ ລົດຄັນນີ້ໄດ້ຍ້ອນການຂາຍອອນລາຍ ກັບເກັບເງີນເຮັດວຽກປະຈຳມາ2ປີກວ່າ ດີໃຈສຸດໆທີ່ໂຕເອງສຳເລັດໃນມື້ນີ້


ເພາະຊີວິດເຮົາເກີດມາບໍ່ໄດ້ມີພ້ອມ ເລີຍຕ້ອງພະຍາຍາມຫຼາຍກວ່າຄົນອື່ນ