ຜິດພ້ຽນກັນໄປໝົດ ຫ້ອງໄຫ້ນຳສົບຄົນອື່ນກຳລັງຈະເຜົາດັນບອກວ່າສົ່ງມາຜິດຄົນ

0
482

ມີເລື່ອງລາວສຸດຊັອກ ເກີດຂຶ້ນໃນວັນທີ 5 ມີນາ 2022 ນີ້ເອງທີ່ກຸງເທບປະເທດໄທ ເມື່ອຄອບຄົວຂອງຍິງໄວ 55 ຄົນທີ່ປ່ວຍເປັນໂຣກມະເຮັງ ແລະຕິດໂຄວີດ ເຊິ່ງໄດ້ເສຍຊີວິດລົງທີ່ໂຮງໝໍ ຈາກນັ້ນຄອບຄົວກໍ່ໄປຮັບສົບ ເພື່ອຈະນຳໄປເຜົາຕາມປະເພນີ ກຳລັງຈະເຂົ້າເຕົາຢູ່ແລ້ວ ໂຮງໝໍໂທມາບອກວ່າ ສົ່ງມາຜິດສົບ.


ຜູ້ເປັນຜົວເປີດເຜີຍວ່າ ມື້ເກີດເຫດເວລາ 12:00 ໄດ້ພາກັນໄປຮັບສົບເມຍທີ່ໂຮງໝໍ ໂດຍໄດ້ກຽມລົດ ແລະໂລງໄປເອງ ພໍເຂົ້າໄປເຖິງເຫັນວ່າຮ່າງທີ່ໄຮ້ວິນຍານນັ້ນຖືກຫໍ່ດ້ວຍຜ້າຢາງ 3 ຊັ້ນ ເພາະເປັນຜູ້ເສຍຊີວິດຈາກໂຄວິດ ກວດສອບບໍພົບປ້າຍຊື່ ເບື້ອງຕົ້ນໄດ້ຖາມໝໍແລ້ວວ່າ ຜູ້ນີ້ແມ່ນເມຍໂຕເອງແລ້ວບໍ.

ໝໍຕອບວ່າແມ່ນແລ້ວຈິ່ງນຳເອົາຮ່າງມາທຳພິທີທີ່ວັດ ເມື່ອສຳເລັດພິທີໄດ້ນຳລົງເຂົ້າເຕົາເຜົາ ຍາດພີ່ນ້ອງພວມມາຮ່ວມງານກັນດ້ວຍຄວາມໂສກເສົ້າ ຢູ່ໆມີເຈົ້າໜ້າທີ່ຈາກໂຮງໝໍເຂົ້າມາຫ້າມທຳການເຜົາສົບ ເນື່ອງຈາກເອົາສົບໃຫ້ຜິດຄົນ ທີ່ຮູ້ເພາະວ່າພີ່ນ້ອງຂອງອີກຝ່າຍມາຮັບແລ້ວຫາຮ່າງບໍ່ພົບ ຈິ່ງເຊື່ອວ່າເປັນການສະຫຼັບກັນ.


ຫຼັງຈາກນັ້ນສົບຕໍ່ມາ ຜູ້ເປັນຜົວຈິ່ງຈຳເປັນຂໍໃຫ້ເຈົ້າໜ້າທີ່ທຳການກີດຜ້າຢາງຫໍ່ສົບ ເພື່ອຮັບປະກັນວ່າຖືກຄົນແທ້ຈິ່ງດຳເນີນການທຳພິທີຕໍ່ໄປ.

ຮ້ອງໄຫ້ໃຫ້ຄົນອື່ນຈົນເມື່ອຍຈັ່ງຮູ້ວ່າບໍແມ່ນຄົນໂຕເອງ