ຄວາມກົດດັນອາກາດຕໍ່າຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມພາກເໜືອ ລົງຫາ ພາກກາງ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ແລະ ຈະຕົກໜັກ ລົມແຮງ ພ້ອມທັງໝາກເຫັບ ຕົກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ດັ່ງນັ້ນຈຶ່ງແຈ້ງ ເຕືອນ ອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ໝາກເຫັບຕົກ ດິນເຈື່ອນ ແລະ ລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ ເສົາໄຟຟ້າ ແລະ ປ້າຍ ໂຄສະນາຫັກລົ້ມ ຫລັງຄາເຮືອນເປ່ເພ ແລະ ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໄລຍະວັນທີ 6-7 ມີນາ 2022.
ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 06/03/2022 ເຖິງ ເວລາ 7:00 ໂມງ ວັນທີ 07/03/2022
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ແລະ ໝາກເຫັບຕົກຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 75% ຂອງພາກ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ແລະ ໝາກເຫັບຕົກ ຢູ່ບາງທ້ອງຖິ່ນແຂວງອຸດົມໄຊ ຫລວງພະບາງ ແລະ ໄຊຍະບູລີ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 20-33 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນໃນຕອນບ່າຍ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 20-34 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນຂຶ້ນໃນຕອນບ່າຍ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ແຂວງວຽງຈັນ ບໍລິຄໍາໄຊ ແລະ ຄໍາມ່ວນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງແຂວງ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.
ເຂດພູພຽງບໍລະເວນ: ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 14-26 ອົງສາ.