ສາທຸນໍາ ໂຢໂຢ້ ວານິພອນ ພູມີໄຊ ຮ່ວມພິທີບວງສວງພະຍານາກ ທີ່ວັດປ່າອໍາພາວັນ

0
136

ງາມທັງກາຍ ແລະ ໃຈ ອີກໜຶ່ງສາວງາມ ໂຢໂຢ້ ວານິພອນ ພູມີໄຊ (ຮອງອັນດັບ 2 Miss Universe Laos’2021 ຮ່ວມພິທີບວງສວງພະຍານາກ ທີ່ວັດປ່າອໍາພາວັນ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 6 ມີນາ 2022 ຜ່ານມາໂດຍເຈົ້າໂຕໄດ້ໂພສພາບ ແລະ ແຄັບຊັ້ນວ່າ ພິທີບວງສວງພະຍານາກ ເອົາບຸນມາຝາກໝົດທຸກຄົນເດີ້

ເປັນພາບແສນອິ່ມບຸນ ຮ່ວມກັບຄົນຮູ້ໃຈ, ທີມງານ ແລະ ໝູ່ເພື່ອນຂອງສາວ ໂຢ້ໂຢ້ ເມື່ອເວົ້າເຖິງສາວ ໂຢ້ໂຢ້ ວານິພອນ ພູມີໄຊ ກໍມີຕໍາແໜ່ງໃນວົງການບັນເທີງເຖິງ 3 ມຸງກຸດກັນເລີຍ ບໍ່ວ່າຈະເປັນ Miss Tourism Queen Laos 2018, Miss Vientiane 2017 ແລະ Miss Universe Laos’2021 2nd RU

ຖືເປັນໜຶ່ງຄົນໃນນາງງາມລາວ ທີ່ທັງງາມ ແລະ ໃຈບຸນ ນອກຈາກວຽກງານ, ກິດຈະກໍາຕ່າງໆໃນວົງການບັນເທີງ ຍັງເຫັນຕະຫຼອດວ່າ ສາວຄົນນີ້ມັກໄປເຮັດບຸນ, ສ້າງກຸສົນຕະຫຼອດເລີຍ ແນວໃກກໍສາທຸບຸນນໍາ ແລະ ຝາກທຸກຄົນຕິດຕາມຜົນງານຂອງສາວໂຢ້ໂຢ້ ໄດ້ໃນລາຍການຂອງພວກເຮົາ ຫຼື ຕິດຕາມທີ່ເຟດບຸກ Yo Yo Phoumixay


ສາທຸນໍາ ໂຢໂຢ້ ວານິພອນ ພູມີໄຊ ຮ່ວມພິທີບວງສວງພະຍານາກ ທີ່ວັດປ່າອໍາພາວັນ


ສາທຸນໍາ ໂຢໂຢ້ ວານິພອນ ພູມີໄຊ ຮ່ວມພິທີບວງສວງພະຍານາກ ທີ່ວັດປ່າອໍາພາວັນ


ສາທຸນໍາ ໂຢໂຢ້ ວານິພອນ ພູມີໄຊ ຮ່ວມພິທີບວງສວງພະຍານາກ ທີ່ວັດປ່າອໍາພາວັນ

ຈາກ: Yo Yo Phoumixay