ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 8 ມີນາ 2022 ການງານ ການເງິນ ຄວາມຮັກ

0
227

ວັນຈັນ:ການ​ງານ ເລັ່ງ​ຮີບ​ໃນ​ເລື່ອງ​ຂອງ​ການ​ຕິດ​ຕໍ່​ເຈລະ​ຈາ​ ຕ້ອງ​ໃຊ້​ຫຼາຍ​ພາສາ​ໃນ​ການ​ຕິດ​ຕໍ່​ງານ​ ຄວນ​ສຶກ​ສາ​ພາສາ​ໃໝ່​ໆ​ ເພີ່ມເຕີມ​ ເພື່ອ​ຄວາມ​ກ້າວ​ໜ້າ​ດ້ານ​ການ​ງານ​ ການ​ເງິນ ມີ​ການ​ໃຊ້​ຈ່າຍ​ອອກ​ໄປ​ຕະຫລອດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ໃນ​ຊ່ວງ​ນີ້​ ຄວາມ​ຮັກ​ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ ເນື່ອງ​ຈາກ​ງານ​ວຸ້ນ​ຫລາຍ​ຈົນ​ບໍ່​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ​

ວັນອັງຄານ:ການ​ງານ ດ້ວຍ​ຄວາມ​ສະຫລຽວ​ສະຫລາດ​ ຈຶ່ງ​ສາມາດ​ຕິດ​ຕໍ່​ເຈລະ​ຈາ​ດ້ານ​ການ​ງານ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ການ​ເງິນ ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ດວງດ້ານ​ການ​ເງິນ​ດີ​ຂຶ້ນ​ເລື້ອຍໆ​ ຈົນ​ສັງເກດ​ໄດ້​ ຄວາມ​ຮັກ ພົບ​ ຄົນ​ຜິວ​ຂາວ​ ມີ​ສະເໜ່​ ນິໄສ​​ບໍ່​ຄື​ໃຜ​ ແຕ່​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ​ປານໃດ

ວັນພຸດ:ການ​ງານເລັ່ງ​ຮີບ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​ ຕ້ອງ​ລະ​ມັດ​ລະ​ວັງ​ຄວາມ​ຜິດ​ພາດ​ດ້ວຍ​ຈຶ່ງ​ຈະ​ດີ​ທີ່ສຸດ​ ການ​ເງິນລະ​ວັງ​ຄວາມ​ຕຶງ​ຄຽດ​ກ່ຽວກັບ​ເລື່ອງ​ລາຍ​ຈ່າຍ​ແບບ​ບໍ່ທັນຕັ້ງໂຕ​​ ແຕ່​ກໍ​ຍັງ​ພໍ​ສາມາດ​ໝຸນ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ຢ່າງ​ເປັນ​ໂຊກ​ດ້ວຍ​ເຊັ່ນ​ກັນ​ ຄວາມ​ຮັກ ໂດດ​ເດັ່ນ​ຈະ​ພົບ​ຄົນ​ຜິວ​ຂາວ​ ແຕ່​ຕ້ອງ​ໃຊ້​ເວລາ​ເບິ່ງ​ກັນ​ຕໍ່ໄປ​ເຖິງ​ຄວາມ​ຊັດເຈນ​ໃນ​ອະນາຄົດ​ ແລ້ວ​ຄ່ອຍ​ຕັດ​ສິນ​ໃຈ​ອີກ​ເທື່ອ​ໜຶ່ງ​

ວັນພະຫັດ:ການ​ງານ ງານ​ດ້ານ​ວົງ​ການ​ບັນ​ເທີງ​ ການ​ສະແດງ​ ການ​ຕິດ​ຕໍ່​ເຈລະຈາ​ ດ້ານ​ພາສາ​ຕ່າງ​ປະເທດ​ ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ ປັບ​ຕຳແໜ່ງ​ ເກີດ​ຄວາມ​ກ້າວ​ໜ້າ​ເປັນ​ຢ່າງ​ຫລາຍ​ ການ​ເງິນ​ ​ ຊ່ວງ​ນີ້​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ ດ້ວຍ​ຄວາມ​ສະຫລາດ​ກໍ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ຢ່າງ​ເປັນ​ໂຊກ​ດ້ວຍ​ເຊັ່ນ​ກັນ​ ຄວາມ​ຮັກ ຍັງ​ບໍ່​ຄ່ອຍ​ລົງ​ຕົວ​ປານໃດ​ໃນ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ລະ​ວັງ​ຄວາມ​ໃຈ​ຮ້ອນ​ແລະ​ຄວາມ​ຂັດ​ແຍ້ງ​ຈະ​ເຮັດໃຫ້​ບໍ່​ມີ​ຄວາມ​ສຸກ​

ວັນສຸກ:ການ​ງານ ຄວາມ​ຂະຫຍັນ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ສະເໝີ​ໃນ​ຊ່ວງ​ນີ້​ ການ​ເຈລະ​ຈາ​ຕໍ່​ຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ເກີດ​ຄວາມ​ກ້າວ​ໜ້າ​ ການ​ເງິນ ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ທາງ​ດ້ານ​ການ​ເງິນ​ມີ​ພາລະ​ຄ່າ​ໃຊ້​ຈ່າຍ​ຕ່າງ​ໆ​ ຖ້າ​ສະເໝີ​ ຄວາມ​ຮັກ ​​ ສຸກ​ສົມ​ຫວັງ​ ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​​ມີ​ໂອ​ກາດ​ພົບ​ຮັກ​ແບບບໍ່ທັນຕັ້ງໂຕ

ວັນເສົາ:ການ​ງານ ຈະເມື່ອຍ​ແຕ່​ກໍ​ຕ້ອງ​ພະຍາຍາມ​ເຂົ້າ​ໄວ້​ ເພາະ​ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ ເລື່ອນ​ຕຳແໜ່ງ​ ຫລື​ຜັນ​ຕົວ​ເປັນ​ເຈົ້າ​ຂອງ​ທຸລະກິດ​ ແລະ​ຍັງ​ໂຊກ​ດີ​ ມີ​ບໍລິວານ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ ຫລື​ໄດ້​ຄົນ​ດີ​ໆ​ ເປັນ​ຫຸ້ນ​ສ່ວນ​ ການ​ເງິນ ປະຢັດ​ເອົາ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ ໃນ​ຊ່ວງ​ນີ້​ໃຫ້​ໃຊ້​ຈ່າຍ​ໃນ​ເລື່ອງ​ທີ່​ຈຳ​ເປັນ​ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີ​ເກນ​ອາ​ຍຸ​ຕ່າງ​ກັນ​ ແມ່ນ​ໄລຍະທາງ​ຍັງ​ເປັນ​ອຸປະສັກ​ ແຕ່​ກໍ​ມີ​ເຫດ​ທີ່​ຕ້ອງ​ຕິດ​ຕໍ່​ກັນ​ຕະຫຼອດ ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​

ວັນອາທິດ:ການ​ງານ ​ນອກ​ຈາກ​ຄວາມ​ຂະຫຍັນ​ແລ້ວ​ ຊ່ວງ​ນີ້​ໃຫ້​ເຮັດວຽກ​ດ້ວຍ​ເທັກ​ນິກ​ແລະ​ຄວາມ​ສາມາດ​ ຈະ​ເຮັດໃຫ້​ໄດ້​ເງິນ​ ໄດ້​ກຳ​ໄລເຂົ້າ​ມາ​ເພີ່ມເຕີມ​ ການ​ເງິນ ຈ່າຍ​ອອກ​ໄປ​ກໍ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ​ສະເໝີ​ ໃນ​ຊ່ວງ​ນີ້​ຫາ​ເງິນ​ໄດ້​ຢ່າງ​ເປັນ​ກອບ​ເປັນ​ກຳ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ ໃຫ້​ອະໄພ​ຊຶ່ງ​ກັນ​ແລະ​ກັນ​ ແລະ​ແບ່ງ​ເວລາ​ໃຫ້​ກັນ​ຫລາຍ​ຂຶ້ນ​ຈຶ່ງ​ຈະ​ດີ​