ໜັກ! ລາຄານ້ຳມັນຂຶ້ນຊຸດນີ້ຕ່ຳສຸດ 1.430 ກີບຕໍ່ລິດເລີ່ມ 6:00 ໂມງ 10 ມີນາເປັນຕົ້ນໄປ

0
1145

ລາຄານ້ຳມັນປັບຂື້ນອີກແລ້ວ ບັນຫາທີ່ທຸກຄົນກຳລັງຄິດໜັກ ເນື່ອງຈາກກະທົບຕໍ່ລາຄາສິນຄ້າທີ່ຊົມໃຊ້ໃນຊີວິດປະຈຳວັນຢ່າງຫຼີກລຽງບໍ່ໄດ້ ໂດຍອີງຕາມແຈ້ງການສະບັບເລກທີ 0260/ອຄ ລົງວັນທີ 9 ມີນາ 2022 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຈະໄດ້ປັບລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດຂຶ້ນ ເລີ່ມປະຕິບັດວັນທີ 10 ມີນາ 2022 ເວລາ 6 ໂມງເຊົ້າເປັນຕົ້ນໄປ.

ການປັບລາຄານ້ຳມັນເຊື້ອໄຟໃນຄັ້ງນີ້ ແມ່ນໄດ້ປັບຂຶ້ນທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 1.710 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ ປັບຂຶ້ນ 1.430 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 1.570 ກີບຕໍ່ລິດ, ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 10 ມີນາ 2022 ຈົນກວ່າຈະມີການແຈ້ງຄັ້ງໃໝ່.

ຈາກການແຈ້ງປັບຂຶ້ນດັ່ງກ່າວເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟຢູ່ນະຄອນຫຼວງວຽງຈັນ ນ້ຳມັນແອັດຊັງພິເສດ 18.640 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 16.380 ກີບຕໍ່ລິດ ແລະ ນໍ້າມັນກາຊວນ 14.510 ກີບ/ລິດ ແຂວງອຸດົມໄຊ ນ້ຳມັນແອັດຊັງພິເສດ 19.120 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 16.860 ກີບ/ລິດ ແລະ ກະຊວນ 14.990 ກີບ/ລິດ ແຂວງຫຼວງພະບາງ ນ້ຳມັນແອັດຊັງພິເສດ 19.010 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 16.750 ກີບ/ລິດ ແລະ ກະຊວນ 14.880 ກີບ/ລິດ

ແຂວງຊຽງຂວາງ ນ້ຳມັນແອັດຊັງພິເສດ 18.830 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 16.570 ກີບ/ລິດ ແລະ ກະຊວນ 14.700 ກີບ/ລິດ , ແຂວງບໍລິຄໍາໄຊ ນ້ຳມັນແອັດຊັງພິເສດ 18.720 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 16.460 ກີບ/ລິດ ແລະ ກະຊວນ 14.590 ກີບ/ລິດ ,ແຂວງສະຫວັນນະເຂດ ນ້ຳມັນແອັດຊັງພິເສດ 18.670 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 16.410 ກີບ/ລິດ ແລະ ກະຊວນ 14.540 , ແຂວງຈໍາປາສັກ ນ້ຳມັນແອັດຊັງພິເສດ 18.700 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 16.440 ກີບ/ລິດ ແລະ ກະຊວນ 14.570 ກີບ/ລິດ

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0173/ກຄພນ, ລົງວັນທີ 9 ມີນາ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0217/ອຄ, ລົງວັນທີ 24 ກຸມພາ 2022.