ອັດຕາການເພີ່ມຂຶ້ນຂອງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ຢູ່ ສປປ ລາວ

0
150

ນັບແຕ່ວັນທີ 01 ມັງກອນ 2022 ຫາ ວັນທີ 10 ມີນາ 2022 ນີ້, ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ໄດ້ມີການປັບຂຶ້ນເປັນ ຄັ້ງທີ 6 ແລ້ວ, ເຊິ່ງອັດຕາເພີ່ມຂຶ້ນແມ່ນຫລາຍສົມຄວນເມື່ອທຽບໃສ່ລາຄາໃນທ້າຍປີ 2021 ຄື: ນ້ຳມັນແອັດຊັງພິເສດ  13.560 ກີບ/ລິດ, ແອັດຊັງທຳມະດາ  12.230 ກີບ/ລິດ, ກາຊວນ  10.420 ກີບ/ລິດ, ຖ້າທຽບໃສ່ລາຄານ້ຳມັນເຊື້ອໄຟໃນມື້ນີ້ ລາຄາລວມທັງໝົດ 6 ເທື່ອທີ່ຜ່ານມາແມ່ນ: ນ້ຳມັນແອັດຊັງພິເສດ ມີລາຄາເພີ່ມຂຶ້ນ 5.080 ກີບ/ລິດ= 37,46% , ແອັດຊັງທຳມະດາ 4.150ກີບ/ລິດ=33,93% , ກາຊວນ 4.090ກີບ/ລິດ=39,65%.

ລາຄາຂາຍຍ່ອຍນ້ຳມັນ ຢູ່ນະຄອນຫລວງວຽງຈັນ, ວັນທີ 10 ມີນາ 2022, ແອັດຊັງພິເສດ  18.640 ກີບ/ລິດ, ແອັດຊັງທຳມະດາ  16.380 ກີບ/ລິດ, ກາຊວນ  14.510ກີບ/ລິດ.

( ລາຄາສົມທຽບຂ້າງເທີງນີ້ແມ່ນອີງຕາມລາຄາຂາຍຍ່ອຍສະເພາະໃນ ນະຄອນຫລວງວຽງຈັນ ).