ບັນຫາເລື່ອງນ້ຳມັນເໜັງຕີງ ຖືວ່າເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ແລະ ສິ່ງທີ່ພົບເຫັນເປັນປະຈຳນັ້ນ ແມ່ນຈະມີຫຼາຍປ້ຳແມ່ນປິດໃຫ້ບໍລິການຫຼັງຈາກທີ່ມີການແຈ້ງປັບຂຶ້ນລາຄານ້ຳມັນໃນມື້ຖັດໄປ ເຊິ່ງເຮັດໃຊ້ຜູ້ຊົມໃຊ້ຫຼາຍຄົນຫາຍໃຈບໍ່ທົ່ວທ້ອງ ຍ້ອນຖັງແຫ້ງໃນມື້ີ່ປ້ຳປິດຖືວ່າມີສຽງຈົ່ມວ່າຫຼາຍສົມຄວນ.
ຕາມລາຍງານຂ່າວ ທີ່ນະຄອນປາກເຊ ແຂວງຈຳປາສັກ ມີປໍ້ານໍ້າມັນຫຼາຍປໍ້າ ປິດການບໍລິການ ໃນວັນທີ 9 ມີນາ 2022, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງນະຄອນປາກເຊ ລົງເຄື່ອນໄຫວເກັບກໍາຂໍ້ມູນການຕອບສະໜອງນ້ໍາມັນເຊື້ອໄຟທີ່ຈໍາໜ່າຍພາຍໃນນະຄອນປາກເຊ.
ທ່ານ ປອ.ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ສໍາພາດໃນວັນທີ 10 ມີນາ 2022 ນີ້ວ່າ: ໃນນະຄອນປາກເຊ ມີປໍ້ານໍ້າມັນເຊື້ອໄຟ ທັງໝົດ 26 ປ້ໍ້າ, ຢຸດໃຫ້ບໍລິການ 4 ປ້ຳ, ໃນວັນທີ 9 ມີນາ 2022( ກ່ອນມື້ນ້ຳມັນຂຶ້ນລາຄາ) ເປີດບໍລິການ ມີ 12 ປ້ໍາ ແລະ ປິດການບໍລິການ 10 ປໍ້າ.
ເມື່ອສະພາບເປັນແນວນັ້ນ ພະແນກອຸກສາຫະກໍາ ແລະ ການຄ້າແຂວງ ໃນນາມຂະແໜງການຄຸ້ມຄອງມະຫາພາກຂັ້ນທ້ອງຖິ່ນ ກໍໄດ້ມອບໃຫ້ຂະແໜງການຄ້າພາຍໃນ ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງນະຄອນປາກເຊ ລົງເຄື່ອນໄຫວເກັບກໍາຂໍ້ມູນ. ຜ່ານການລົງປະຕິບັດກວດກາຕົວຈິງ ເຫັນວ່າ ປໍ້ານໍ້າມັນ 10 ປໍ້າດັ່ງກ່າວ ແມ່ນປິດບໍລິການຊົ່ວຄາວ ເຊິ່ງວ່າການປິດປໍ້າແມ່ນລູກປ້ໍາປິດເອງ ແລະ ໃນເວລາທີ່ເຈົ້າໜ້າທີ່ລົງກວດກາ ທາງເຈົ້າຂອງປໍ້າໄດ້ປິດປະຕູ ເຮັດໃຫ້ເຈົ້າໜ້າທີ່ບໍ່ສາມາດສ້າງບົດບັນທຶກກັບຜູ້ປະກອບການໄດ້.
ບັນດາປ້ຳນ້ຳມັນເຊື້ອໄຟທີ່ປິດ ບາງຫົວໜ່ວຍແມ່ນມີການສວຍໂອກາດກັກຕຸນ ນໍ້າມັນ ເນື່ອງຈາກວ່າໄດ້ຮັບຂໍ້ມູນກ່ຽວກັບລາຄານໍ້າມັນເຊື້ອໄຟມີການເໜັງຕີງ ກໍຄືຂຶ້ນນລາຄາ ເພື່ອລໍຖ້າຈຳໜ່າຍໃນລາຄາໃໝ່.
ສໍາລັບມາດຕະການຕໍ່ຜູ້ລະເມີດ ນັ້ນ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ກ່າວວ່າ ຖ້າຫາກຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ກ່ອນທີ່ຈະປິດປໍ້າ ຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ຫຼື ບໍ່ແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ນະຄອນ ແລະ ຜູ້ຊົມໃຊ້ ຮັບຊາບກ່ອນ3 ວັນ ແມ່ນຈະຖືກປັບໃໝ ຕາມມາດຕາ 82, ຂໍ້ ຄ, ຂໍ້ 3 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກ ທີ 331/ນຍ, ລົງວັນທີ 27/10/2017 ແລະ ປໍ້າທີ່ປິດການບໍລິການ ຈໍານວນ 10 ປ້ຳ ໃນວັນທີ 9 ມານີ 2022 ນັ້ນ, ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງເຮັດບົດບັນທຶກປັບໃໝຕາມລະບຽບການ, ພາຍຫຼັງໄດ້ຮັບ ການຢັ້ງຢືນຈາກບໍລິສັດແມ່ ວ່າໄດ້ຈ່າຍໝົດແລ້ວ ແຕ່ທາງລູກປໍ້າໄດ້ກັກຕຸນເອງ.
ຂໍ້ມູນຈາກ: ໜັງສືພິມຈຳປາໃໝ່