ຊາວບ້ານຂາມ ເມືອງໂພນໂຮງ ເປີດນຳໃຊ້ເສັ້ນທາງເບຕົ່ງເຂົ້າບ້ານ ສ້າງດ້ວຍທຶນຂອງບ້ານ, ທຸລະກິດ ແລະ ປະຊາຊົນ ປະກອບສ່ວນ ມູນຄ່າ 355 ລ້ານກວ່າກີບ
ພິທີເປີດນຳໃຊ້ເສັ້ນທາງເບຕົງທາງຊອຍເຂົ້າບ້ານຂາມ ເມືອງໂພນໂຮງ ແຂວງວຽງຈັນ ຈັດຂື້ນຢ່າງເປັນທາງການໃນເຊົ້າວັນທີ 11 ມີນາ 2022 ນີ້ ຢູ່ ທີ່ຫ້ອງການບ້ານດັ່ງກ່າວ ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງຄັ້ງນີ້ ມີ ທ່ານ ບຸນມີ ອິນທະວົງ ຮອງເຈົ້າເມືອງໆໂພນໂຮງ ,ມີຫ້ອງການກ່ຽວຂ້ອງຂັ້ນເມືອງ,ອົງການຈັດຕັ້ງຂອງບ້ານ,ຜູ້ປະກອບການທຸລະກິດທີ່ສົມທົບທຶນປະກອບສ່ວນສ້າງເສັ້ນທາງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ຍອຍ ດາລາວົງ ນາຍບ້ານໆຂາມໄດ້ລາຍງານໂດຍຫຍໍ້ໃນຈັດຕັ້ງປະຕິບັດກໍ່ສ້າງເສັ້ນທາງໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນການພັດທະນາເສດຖະກິດ-ສັງຄົມຂອງບ້ານໂດຍສະເພາະແຜນປັບປຸງພື້ນຖານໂຄງລ່າງຂອງບ້ານໃຫ້ໄດ້ຮັບການພັດທະນາດີຂື້ນກວ່າເກົ່າແນ່ໃສ່ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ເສັ້ນນີ້ ກໍ່ຄືພໍ່ແມ່ປະຊາຊົນ ໃຫ້ມີຄວາມສະດວກ ເຊິງເສັ້ນທາງເສັ້ນນີ້ໄດ້ລົງມືກໍ່ສ້າງແຕ່ວັນທີ 19 ກຸມພາ 2021ຫາ ທີ 5 ມີນາ 2021ແມ່ນສຳເລັດ 100% ເສັ້ນທາງ ມີ ຄວາມຍາວ 782 ແມັດ ກວ້າງ 5 ແມັດປູດ້ວຍເບຕົງ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 355.860.000 ກີບ ໂດຍແມ່ນທຶນຂອງບ້ານ ໃນນັ້ນ ບໍລິສັດດາວໄຟ ອາຊີງ ປະກອບສ່ວນ 150.00.0000 ກີບ, ຜູ້ປະກອບການທຸລະກິດປະກອບສ່ວນ10.500.000 ກີບ.
ໂອກາດດັ່ງນີ້ ທ່ານ ບຸນມີ ອິນທະວົງ ຮອງເຈົ້າເມືອງໆໂພນໂຮງ ໄດ້ມີຄຳເຫັນຕໍ່ພິທີ ຊຶ່ງກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ ຄະນະພັກ ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ທີ່ເປັນເຈົ້າການຈັດຕັ້ງປະຕິບັດແຜນການຂອງບ້ານ ໃຫ້ສຳເລັດເຮັດບ້ານມີບາດກ້າວໃໝ່ທີ່ດີ ພ້ອມທັງຮຽກຮ້ອງໃຫ້ນຳໃຊ້ເສັ້ນທາງເສັ້ນໃຫ້ເກີດປະໂຫຍດ ແລະ ຍາວນານທີ່ສຸດ.
Cr: ຂ່າວເມືອງໂພນໂຮງ