ປີ2021 ເມືອງພູວົງ ສາມາດເກັບລາຍຮັບໄດ້ 3,7 ຕື້ກວ່າກີບ

0
251

ວັນທີ 11 ມີນາ 2022 ນີ້, ທີ່ສະໂມສອນຫ້ອງວ່າການເມືອງພູວົງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານປີ 2021ແລະ ວາງທິດທາງເເຜນງົບປະມານ ປີ 2022 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຊຽງ ພິມມະຈັນ ຄະນະປະຈຳພັກເມືອງ,ຮອງເຈົ້າເມືອງໆ ພູວົງ, ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳເຜີຍ ໂສມຖາວອນ ກຳມະການພັກເເຂວງ,ຫົວໜ້າພະເເນກການເງິນເເຂວງ ອັດຕະປື ມີບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງການການເງິນຈາກ 4 ຕົວເມືອງພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກໍວິເສດ ພົມມະສານ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ການເງິນເມືອງພູວົງ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານການເງິນ-ງົບປະມານ ປະຈຳ 2021 ເເລະ ທິດທາງແຜນການປີ 2022 ເຊິ່ງການຈັດຕັ້ງປະຕິບັດເເຜນງົບປະມານ ໃນປີ 2021 ຜ່ານມາເຫັນໄດ້ວ່າ: ຍ້ອນການນຳພາ-ຊີ້ນຳຂອງຄະນະພັກ, ອຳນາດການປົກຄອງເມືອງບວກກັບຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳຂອງຄະນະຫ້ອງການ ການເງິນເມືອງ ຈິ່ງເຮັດໃຫ້ວຽກງານການເງິນມີຜົນສໍາເລັດຫລາຍດ້ານເປັນຕົ້ນ: ໃນປີ 2021 ລວມຍອດລາຍຮັບປະຕິບັດໄດ້ 3,7 ຕື້ກວ່າກີບ ເທົ່າກັບ 299,70% ຂອງເເຜນການປີ (ເເລະ ກວມເອົາ 71% ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງເມືອງ), ເກີນເເຜນ 2.486.883.412 ກີບ,ລາຍຮັບທ້ອງຖິ່ນ(ເກີດຂຶ້ນຢູ່ເມືອງ) 1.634.884.188 ກີບ, ເເຂວງອ່ວຍໃຫ້ 2.097.299.224 ກີບ, ສ່ວນໃຫຍ່ໄດ້ມາຈາກຄ່າເຊົ່າ-ສຳປະທານດິນລັດ ຂອງບໍລິສັດ ທີທີຊີ, ບໍລິສັດຫີນປະເສີດລາວ-ຈີນ, ຄ່າພາກຫຼວງເຂື່ອນນ້ຳກົງ3, ລາຍຮັບງົບປະມານຂອງຂະເເໜງການອ້ອມຂ້າງເມືອງບັນລຸໄດ້ 243.832.100ກີບ, ເທົ່າກັບ 302.9%, ລາຍຮັບທີ່ດິນຂອງບັນດາບ້ານ ໃນທົ່ວເມືອງພູວົງບັນລຸໄດ້ 84.073.673ກີບ, ເທົ່າກັບ 44,27%


ໃນວາລະກອງປະຊຸມ ຜູ້ແທນກອງປະຊຸມຍັງໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຕໍ່ວຽກງານການເງິນເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດໃນຕໍ່ໜ້າ ເເລະ ຍັງມອບ-ຮັບຂໍ້ມູນສຳມະໂນທີ່ດິນ ລະຫວ່າງຫ້ອງການ ຊສ ເມືອງ ເເລະ ຫ້ອງການການເມືອງ,ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ61/ຈມພວ,ລົງວັນທີ 24 ກຸມພາ 2022. ວ່າດ້ວຍການຍ້ອງຍໍໃຫ້ຂະແໜງການ,ບ້ານ ທີ່ເກັບລາຍຮັບໄດ້ຕາມແຜນ ເເລະ ລື່ນແຜນ ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ວັນເຕັມຈິ່ງໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.ຂ່າວ: ສິງໂຕ