ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 13 ມີນາ 2022 ການງານ ການເງິນ ຄວາມຮັກ

0
536

ວັນຈັນ:ການ​ງານ ຄວາມ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ເຈລະ​ຈາ​ຕໍ່ລອງ​ ຈະ​ເຮັດໃຫ້​ມີ​ໂອ​ກາດ​ຮັບ​ຕຳແໜ່ງ​ໃໝ່​ທີ່​ດີ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ການ​ເງິນ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫຼອດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ລະ​ວັງ​ຈະ​ຕ້ອງ​ເອົາເງິນ​ອະນາຄົດ​ມາ​ໃຊ້​ຈ່າຍ​ ຄວາມ​ຮັກ​ ມີ​ຂ່າວ​ດີ​ກ່ຽວກັບ​ເລື່ອງ​ຂອງ​ຄວາມ​ຮັກ​ຫລື​ຄວາມ​ສຸກ​ບາງຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຊ່ວງ​ນີ້​ ຮັບ​ຟັງ​ຂ່າວ​ດີ​ບາງຢ່າງ​ໄດ້​ເລີຍ​

ວັນອັງຄານ:ການ​ງານ​ ເລັ່ງ​​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​ ວຽກ​ງານຫລາຍ​ເປັນ​ພິເສດ​ ຮູ້ສຶກ​ເມື່ອຍ​ແລະ​ທໍ້​ຫລາຍ​ຂຶ້ນ​ໃນ​ຊ່ວງ​ນີ້​ ຕ້ອງ​ຫາ​ເວລາ​ພັກ​ຜ່ອນ​ ການ​ເງິນ​ ມີ​ທັງ​ຮັບ​ທັງ​ຈ່າຍ​ສ​ະລັບ​ກັນ​ໄປ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ສາມາດ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ດີ​​ ຄວາມ​ຮັກ ຄົນ​ຜິວ​ຂາວ​ຍັງ​ໂດດ​ເດັ່ນ​ ມີ​ໂອ​ກາດ​ພົບ​​ກັນ ແຕ່​ອາດ​ບໍ່​ຄ່ອຍ​ມີ​ເວລາ​ສານ​ຕໍ່​ຄວາມ​ສຳພັນ​

ວັນພຸດ:ການ​ງານ ​ຈະ​ມີ​ການ​ນັດ​ປະ​ຊຸ​ມະຫາ​ລື​ກັບ​ຫຸ້ນ​ສ່ວນ​ຫຼາຍ​ຂຶ້ນ​ ຫລື​ຈະ​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ການ​ງານ​ທີ່​ຈະ​ນຳ​ພາ​ໂອ​ກາດ​ແລະ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ ການ​ເງິນ ເມື່ອ​ໃຊ້​ຈ່າຍ​ອອກ​ໄປ​​ ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ກໍ​ເປັນ​ໄປ​ໄດ້​ ແຕ່​ກໍ​ເປັນ​ການ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​ ໃຊ້​ເວລາ​ເປັນ​ເຄື່ອງ​ຕັດ​ສິນ​ໃນ​ເລື່ອງ​ຂອງ​ການ​ຄົບ​ຫາ​ກັນ​ຈຶ່ງ​ຈະ​ດີ​ທີ່ສຸດ​

ວັນພະຫັດ:ການ​ງານ ມີ​ໂອ​ກາດ​ພົບ​ການ​ປ່ຽນ​ແປງ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​ ຈະ​ຕ້ອງ​ອົດ​ທົນ​ຕໍ່​ສະພາ​ວະ​ກົດ​ດັນ​ຕ່າງ​ໆ​ ການ​ເງິນ ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ ຫລື​ຈະ​ພົບ​​ຜູ້​ອຸບປະຖຳ​ທາງ​ດ້ານ​ການ​ເງິນ​ແກ່ທ່ານ​ນັ້ນ​ເອງ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ລະ​ວັງ​ສະຖານນະການ​ທີ່​ຈະ​ນຳ​ພາ​ໄປ​ສູ່​ພາ​ວະ​ຮັກ​ຊ້ອນ​ ເຮັດໃຫ້​ເກີດ​ຄວາມ​ທຸກ​ໃຈ​

ວັນສຸກ:ການ​ງານ​ ລະ​ວັງ​ຄວາມ​ຜິດ​ພາດ​ຈາກ​ການ​ເລັ່ງ​ສ້າງ​ຜົນ​ງານ​ ການ​ຂາດ​ຄວາມ​ລະ​ມັດ​ລະ​ວັງ​ແລະ​ຄວາມ​ລະອຽດ​ຮອບຄອບ​ຈະ​ເຮັດໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໄດ້​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້​ ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ລ້ວນ​ໆ​ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ຮູບ​ຮ່າງ​ສັນ​ທັດ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ແຕ່​ຈະ​ຖືກ​ສະ​ເປັກ​ຫລື​ບໍ່​ ຂຶ້ນ​ຢູ່​ກັບ​ທ່ານ​ນັ້ນ​ເອງ​

ວັນເສົາ:ການ​ງານ ທຸລະກິດ​ຈະ​ຕ້ອງ​ໃຊ້​ທຶນຫຼາຍ​ຂຶ້ນ​ໃນ​ເລື່ອງ​ຂອງ​ການສ້າງ​ໂອ​ກາດ​ແລະ​ຄວາມ​ສຳ​ເລັດ​ ແຕ່​ກໍ​ຕ້ອງ​ລະອຽດ​ຮອບ​ຄອບ​ໃນ​ເລື່ອງ​ຂອງ​ແຜນ​ງານ​ ບໍ່​ຄວນ​ປະ​ມາດ​ແລະ​ເຮັດວຽກ​ໃຫ້​ມີປະ​ສິດ​ທິ​ພາບ​ສູງ​ສຸດ​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແຕ່​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ໃນ​ການ​ຊ່ວຍ​ເຫລືອ​ກຸ່ມ​ຄົນ​ຫລື​ບໍລິວານ​ກໍ​ເປັນ​ໄປ​ໄດ້​ນັ້ນ​ເອງ​ ຄວາມ​ຮັກ ຈະ​ມີຄົນ​ເຂົ້າ​ມາ​ມີບ​ົດ​ບາດ​ກັບ​ຊີວິດ​ຂອງ​ຕົນເອງ​ຫລາຍ​ຂຶ້ນ​ ຫລື​ຈະ​ໄດ້​ຄົບ​ຫາ​ຫລື​ພົບ​​ຄົນ​ຮັກ​ທີ່​ມີ​ອາ​ຍຸ​ຕ່າງ​ກັນ​ນັ້ນ​ເອງ​

ວັນອາທິດ:ການ​ງານ ຈະ​ພົບ​ການ​ປ່ຽນ​ແປງ​ທີ່ເກິດຂື້ນ​ໃນ​ຊ່ວງ​ນີ້​ທາງ​ດ້ານ​ການ​ງານ​ ແລະ​ມີ​ໂອ​ກາດ​ທີ່​ຈະ​ນຳ​ພາ​ຕົນເອງ​ໄປ​ສູ່​ຄວາມ​ສຳ​ເລັດທາງ​ດ້ານ​ຜົນ​ກຳ​ໄລ​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ປານໃດ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ເທົ່າ​ນັ້ນ​ ຊ່ວງ​ນີ້​ບໍ່​ສາມາດ​ທີ່​ຈະ​ຄວບ​ຄຸມລາຍ​ຈ່າຍ​ໃດ​ໆ​ໄດ້ເລີຍ​ ຄວາມ​ຮັກ ບໍ່​ຄ່ອຍ​ມີ​ເວລາ​ທຸ້ມເທ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ເທົ່າໃດ​ ຫລື​ສະຖານນະການ​ດ້ານ​ຄວາມ​ຮັກ​ຢູ່ໃນ​ເກນ​ທີ່ລົ​ງ​ຕົວ​ຢູ່​ແລ້ວ​ ຈຶ່ງ​ບໍ່​ຕ້ອງ​ກັງ​ວົນ​