ອຸຸຕຸເຕືອນເຝົ້າລະວັງຝົນຕົກ, ຟ້າຮ້ອງ, ລົມພາຍຸທ້ອງຖິ່ນຕະຫຼອດອາທິດນີ້

0
595

ອຸຕຸເຕືອນ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເຝົ້າລະວັງຝົນຕົກ, ຟ້າຮອງ, ລົມພາຍຸທ້ອງຖິ່ນ ທີ່ຈະເກີດຂຶ້ນໃນແຕ່ລະພາກຢູ່ໃນທ້າຍຕອນບ່າຍ ຫາ ຕອນກາງຄືນຕະຫຼອດອາທິດນີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0346/ກອຕທ, ລົງວັນທີ 14 ມີນາ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14 ຫາ 20 ມີນານີ້ ວ່າ: ໄລຍະວັນທີ 14 ຫາ 15 ມີນານີ້ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະລົມຕາເວັນຕົກ ແລະ ຕາເວັນອອກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ລົງຫາ ພາກກາງ.

ຈາກນັ້ນວັນທີ 16 ຫາ 20 ມີນາ 2022 ຄວາມກົດດັນສູງຂອງອາກາດໜາວເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ພ້ອມເກີດມີລົມພາຍຸທ້ອງຖິ່ນເປັນບາງໂອກາດໃນແຕ່ລະພາກຢູ່ໃນທ້າຍຕອນບ່າຍ ຫາ ຕອນກາງຄືນ.

ຈິ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພາຍຸທ້ອງຖິ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ ໃນໄລຍະດັ່ງກ່າວນີ້.