ຈີນຕິດໂຄວິດເຖິງເຄິ່ງໝື່ນຄົນຕໍ່ວັນ ລັອກດາວແລ້ວ 11 ພື້ນທີ່ ກະທົບປະຊາຊົນ 45 ລ້ານຄົນ

0
273

ຊາວຈີນຕິດໂຄວິດເພີ່ມຂຶ້ນເລື້ອຍໆ ຈົນຫລ້າສຸດມີຜູ້ຕິດເຊື້ອແຕ່ລະວັນສູງສຸດ 5.000 ແລ້ວ ແລະ ຍັງໃຊ້ວິທີລັອກດາວແບບເກົ່າໆ ເພື່ອຢຸດການແພ່ລະບາດ.

ວັນທີ 15 ມີນາ 2022, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ທາງການຈີນກວດພົບຈຳນວນຜູ້ຕິດເຊື້ອໂຄວິດ-19 ແຕ່ລະວັນສູງກວ່າ 5.000 ຄົນເປັນຄັ້ງທຳອິດນັບແຕ່ພົ້ນຈາກການລະບາດຮອບທຳອິດ ໂດຍສ່ວນຫລາຍຢູ່ມົນທົນຈີ໋ຫລິນທາງຕາເວັນອອກສຽງເໜືອ ທີ່ມີຊາຍແດນຕິດກັບ ສປປ ເກົາຫລີ ແລະ ຣັດເຊຍ.

ໂດຍຈີນພົບຜູ້ຕິດເຊື້ອຫລ້າສຸດທັງໝົດ 5.154 ຄົນ ເປັນຜູ້ທີ່ບໍ່ສະແດງອາການ 1.647 ຄົນ. ຕາມລາຍງານຂອງກະຊວງສາທາລະນະສຸກແຫ່ງຊາດ ເຖິງວ່າຈະເປັນຕົວເລກບໍ່ສູງຫລາຍເມື່ອທຽບໃສ່ປະເທດອື່ນໆໃນໂລກ, ແຕ່ສຳລັບຈີນທີ່ພະຍາຍາມກົດຕົວເລກມາຕະຫລອດ 2 ປີຜ່ານມາແລ້ວ ນີ້ຖືເປັນຄວາມລົ້ມເຫລວຂອງນະໂຍບາຍໂຄວິດເປັນສູນຂອງຈີນ.

ສຳລັບມົນທົນຈີ໋ຫລິນ ມີການພົບຜູ້ຕິດເຊື້ອ 4.000 ກວ່າຄົນ ແລະ ທາງການໄດ້ປະກາດລັອກດາວພາກພື້ນທີ່ມີປະຊາຊົນ 24 ລ້ານຄົນແລ້ວໃນວັນທີ 14 ມີນາຜ່ານມາ.

ກ່ອນໜ້ານີ້, ຈີນຫາກໍປະກາດລັອກດາວເມືອງເຊິນເຈິ້ນ ເຊິ່ງເປັນສູນກາງດ້ານເຕັກໂນໂລຊີໃນວັນທີ 13 ມີນາ ແລະ ຫລ້າສຸດໄດ້ປະກາດລັອກດາວເມືອງຫລາງຟາງ ທີ່ຢູ່ຕິດກັບນະຄອນຫລວງປັກກິ່ງໃນເຊົ້າວັນທີ 15 ມີນານີ້.

ປັດຈຸບັນ ເຖິງວ່າເຊື້ອໄວຣັສຈະກາຍພັນມາຫລາຍຄັ້ງ, ແຕ່ຈີນຍັງຕັດສິນໃຈໃຊ້ວິທີເກົ່າແບບດຽວກັບຮັບມືກັບສາຍພັນດັ້ງເດີມ ໂດຍການສັ່ງປິດເມືອງ ແລະ ບັງຄັບໃຫ້ປະຊາຊົນຈຳນວນຫລາຍອອກມາກວດເຊື້ອໃນໄລຍະເວລາອັນສັ້ນ.

ເຖິງຢ່າງໃດກໍຕາມ, ສຳລັບເມືອງຫລັກໆແລ້ວ ຈີນໄດ້ພະຍາຍາມຫລີກລ່ຽງຈະສັ່ງລັອກດາວທົ່ວເມືອງ ແຕ່ໃຊ້ວິທີປິດສະເພາະພື້ນທີ່ແທນ ເພື່ອຫລີກລ່ຽງຜົນກະທົບທາງເສດຖະກິດ.