ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 16 ມີນາ 2022 ການງານ ການເງິນ ຄວາມຮັກ

0
489

ວັນຈັນ:ການ​ງານ ເມື່ອຍ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​ ແຕ່​ກໍ​ສູ້​ບໍ່​ເຄີຍ​ຖອຍ​ເພື່ອ​ສ້າງ​ຜົນ​ງານ​ໃຫ້​ດີ​ຂຶ້ນ​ໃຫ້​ໄດ້​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ເພີ່ມ​ຂຶ້ນ​ເລື້ອຍໆ​ ໃນ​ຊ່ວງ​ນີ້​ ດວງໂຊ​ກດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົົນທີ່​ໄດ້​ເຫັນ​ໜ້າ​ກັນ​ຢູ່ໃນ​ຊ່ວງ​ນີ້​ ຫລື​ ອາດເປັນໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ໃຜ​ບາງ​ຄົນ​ກໍ​ເປັນ​ໄປ​ໄດ້​

ວັນຄານ:ການ​ງານ ເຮັດ​ຕາມ​ຫນ້າທີ່​ໃຫ້​ດີ​ທີ່ສຸດ​ກໍ​ພໍ​ ແລ້ວ​ຜົນ​ງານ​ຕ່າງ​ໆ​ ຈະ​ອອກ​ມາ​ດີ​ເອງ​ ຈະ​ເກີດ​ຄວາມ​ໂຊກ​ດີ​ ການ​ເງິນ​ ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ກໍ​ເປັນ​ໄປ​ໄດ້​ ຫລື​ຈະ​ໄດ້​ຂອງ​ສວຍ​ງາມ​ ຂອງ​ຖືກ​ໃຈ​ບາງຢ່າງ​ທີ່​ເຮັດໃຫ້​ຮູ້ສຶກ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້​ ເພາະ​ຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຝ່າຍ​ຄົນ​ຮັກ​ກໍ​ເປັນ​ໄປ​ໄດ້​

ວັນພຸດ:ການ​ງານ ​​ຄວາມ​ຂະຫຍັນ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ ຈະ​ເຮັດທຸລະກິດ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ທອງ​ໄປ​​ທຸກ​ຢ່າງ​ ການ​ເງິນ ສາມາດ​ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ດີ​ຂຶ້ນ​ ແລະ ​ຍັງ​ໃຊ້​ຈ່າຍ​ຢ່າງ​ປະ​ຢັດ​ ເຮັດໃຫ້​ບໍ່​ຕິດ​ຂັດ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ເບິ່ງ​ຄື​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ຄົນ​ຮັກ​ປານໃດ​ໃນ​ຊ່ວງ​ນີ້​ ເພາະວຽກ​ງານ​ຄ່ອນ​ຂ້າງ​ຫລາຍ​ເປັນ​ພິເສດ​​

ວັນພະຫັດ:ການ​ງານ ຄວາມ​ສະຫລຽວ​ສະຫລາດ​ ແລະ ​ຄວາມ​ສ້າງສັນ​ ສາມາດ​ສ້າງ​ໂອ​ກາດ​ຄວາມ​ສຳ​ເລັດ​ດ້ານ​ການ​ງານ​ໄດ້​ດີ​ຂຶ້ນ​ ການ​ເງິນ ມີ​ເລື່ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ດີພໍ​ໃນ​ຊ່ວງ​ນີ້​​ ຄວາມ​ຮັກ ລະ​ວັງ​ຄວາມ​ຢາກ​ເອົາ​ຊະນະ​ຊຶ່ງ​ກັນ​ແລະ​ກັນ​ ສົ່ງ​ຜົນ​ຕໍ່​ຄວາມ​ແຕກ​ແຍກ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ ແຕ່​ກໍ​ບໍ່​ຮ້າຍແຮງ​ປານໃດ​ ສາມາດ​ກັບ​ມາ​ເວົ້າ​ກັນ​ໄດ້​​

ວັນສຸກ:ການ​ງານ​ ຊ່ວງ​ນີ້​ມີ​ຄວາມ​ລະອຽດ​ຮອບ​ຄອບ​ ເຮັດໃຫ້​ສາມາດ​ສ້າງສັນ​ຜົນ​ງານ​ໄດ້​ດີ​ຂຶ້ນ​ ​ການ​ເງິນ ການ​ເຈລະ​ຈາ​ຕໍ່​ລອງ​ທາງ​ດ້ານ​ການ​ເງິນ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ ໂດຍ​ສະເພາະ​ໃນ​ການ​ເຈລະ​ຈາ​ກັບ​ຄົົນທີ່​ມີ​ເກນ​ອາຍຸ​ນ້ອຍ​ກວ່າ​ ຄວາມ​ຮັກ ເບິ່ງ​ຄື​ຕ້ອງ​ເລືອກ​ລະຫວ່າງ​ຄວາມ​ຮັກ​ຫລື​ການ​ງານ​ ໃນ​ຊ່ວງ​ນີ້​ບໍລິຫານ​ຈັດການ​ໃຫ້​ລົງ​ຕົວ​ທັງ​ 2 ຢ່າງ​ຍັງ​ບໍ່​ໄດ້​ ໃຫ້​ເບິ່ງ​ໆ​ ໄປ​ກ່ອນ​ ເລືອກ​ສິ່ງ​ທີ່​ດີ​ທີ່ສຸດ​ສຳລັບ​ຕົນເອງ​ທີ່​ຈະ​ສ້າງ​ຄວາມ​ສຸກ​ໃນ​ຊີວິດ​

ວັນເສົາ:ການ​ງານ ການ​ເຈລະ​ຈາ​ຕໍ່​ລອງ​ປະ​ສົບ​ຄວາມ​ສຳ​ເລັດ​ ແລະ​ ໂຊກ​ດີ​ ມີ​ບໍລິວານ​ທີ່​ດີ​ຖ້າ​ອຸບປະຖຳ​ ຫລື​ ຊ່ວຍ​ເຫລືອ​ໃຫ້​ຄຳ​ປຶກ​ສາ​ ທາງ​ດ້ານ​ການ​ລົງ​ທຶນ​ໃນ​ຊ່ວງ​ນີ້​ດີ​ຂຶ້ນ​ເປັນ​ຢ່າງ​ຫລາຍ​ ຕຽມ​ໂຕ​ເປັນ​ເຈົ້າ​ຂອງ​ກິດຈະການ​ໄດ້​ເລີຍ​ຖ້າ​ມີ​ຄວາມ​ຕັ້ງ​ໃຈ​ຈິງ​ ການ​ເງິນ ຈະ​ໄດ້​ເງິນ​ເຂົ້າ​ມາ​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງ​ ສາມາດ​ໝຸນ​ຫາ​ໃຊ້​ຈ່າຍ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ເຖິງ​ແມ່ນ​ຈະ​ມີ​ລາຍ​ຈ່າຍ​ຫລາຍ​ກໍ​ຕາມ​ ຄວາມ​ຮັກ ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ແລະ ​ຍັງ​ບໍ່​ຕັດ​ສິນ​ໃຈ​ ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຕົນເອງ​ຕ້ອງ​ໄປ​ຈັດການ​ ຈຶ່ງຍັງ​ບໍ່​ໂຟ​ກັດ​ເລື່ອງ​ຂອງ​ຄວາມ​ຮັກ​ ​

ວັນອາທິດ:ການ​ງານ ຈະ​ພົບ​​ອຸປະສັກ​ທາງ​ດ້ານ​ການ​ງານ​ ແຕ່​ດ້ວຍ​ຄວາມ​ສະຫລາດ​ແລະ​ຄວາມ​ດຸໝັ່ນ ຈະ​ສາມາດ​ສ້າງ​ໂອ​ກາດ ​ແລະ ​ຄວາມ​ສຳ​ເລັດ​ທີ່​ດີ​ໃຫ້​ກັບ​ຕົນເອງ​ໄດ້​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ກັນ​ໄປ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ດີພໍ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ເພາະ​ເວລາ​ ແລະ ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ໃນ​ການ​ຄົບ​ຫາ​ກັນ​​ ​