ສໍາລັບ ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດ ບໍ່ມີແນວໂນມທີ່ຈະຫຼຸດລົງ ແລະ ມື້ນີ້ກໍ່ເປັນອີກມື້ໜຶ່ງ ທີ່ມີຜູ້ຕິດເຊື້ອເຖິງ 848
ສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ລາຍງານໃນວັນທີ 16 ມີນາ 2022 ນີ້້ໄດ້ໃຫ້ວ່າ: ສໍາລັບ ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດ ບໍ່ມີແນວໂນມທີ່ຈະຫຼຸດລົງ ແລະ ມື້ນີ້ກໍ່ເປັນອີກມື້ໜຶ່ງ ທີ່ມີຜູ້ຕິດເຊື້ອເຖິງ 848 ກວ່າຄົນ ເຊິງຍັງເປັນຕົວເລກທີ່ສູງຫຼາຍ ເປັນມື້ທີ 2 ນັບແຕ່ ທ້າຍເດືອນມັງກອນຜ່ານມາພວກເຮົາສາມາດຄວບຄຸມໂຕເລກຜູ້ຕິດເຊື້ອຢູ່ໃນລະດັບຕໍ່າ
ກວ່າ 500 ຄົນຕໍ່ມື້. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການລະບາດບໍ່ໃຫ້ມີການຕິດເຊື້ອເພີ້ມຂື້ນສູງໃນປະເທດຂອງພວກເຮົາ, ຂໍຮຽກຮ້ອງມາຍັງປະຊົນລາວບັນດາເຜົ່າ ທົ່ວປະເທດ ຮ່ວມໃຈກັນມາສັກວັກຊິນປ້ອງກັນໂຄວິ-19 ໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົື້ດໄວ້, ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ຮ່ວມແຮງຮ່ວມໃຈກ້າວຜ່ານການລະບາດຄັ້ງນີ້ໃຫ້ໄດ້.