ລ​າວ​-ຈີນສຳ​ເລັດການຕົກລົງ ຊື້-ຂາຍ ກະແສໄຟຟ້າ 115 KV

0
158

ລ​າວ​-ຈີນສຳ​ເລັດການຕົກລົງ ຊື້-ຂາຍ ກະແສໄຟຟ້າ 115 KV

ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ China Southern Power Grid (CSG)​ ໄດ້ລົງນາມໃນສັນຍາ ຊື້ຂາຍ-ໄຟຟ້າ ໃນລະບົບແຮງດັນ 115 kV ຊຶ່ງການລົງນາມໃນສັນຍາດັ່ງກ່າວມີ​ຂື້ນເມື່ອມໍ່ໆ​ມານີ້​ ຢູ່ກອງປະຊຸມຄະນະກຳມະການຮ່ວມມືດ້ານພະລັງງານ ລາວ-ຈີນ ຄັ້ງທີ 2 ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການພະລັງງານແຫ່ງຊາດ ຂອງ ສປ ຈີນ (National Energy Administration).

ພ້ອມນີ້, ເພື່ອຜັນຂະຫຍາຍຂອບການຮ່ວມມືພາຍໃຕ້ການແລກປ່ຽນພະລັງງານໄຟຟ້າຜ່ານລະ ບົບສາຍສົ່ງແຮງດັນ 500 kV ລາວ-ຈີນ ນາໝໍ້ ໄປຫາ ຢຸນນານ, ເບື້ອງ ຟຟລ ແລະ ບໍລິສັດ CSG ຈື່ງໄດ້ລົງນາມໃນສັນຍາເຈດຈຳນົງ Agreement of Intent (AI) ເຊີ່ງໄດ້ກຳນົດຂອບເຂດການຮ່ວມມືລວມ ແລະ ຫຼັກການ ໂດຍໃຫ້ເຫັນການຮ່ວມມື ລະຫວ່າງ ລາວ-ຈີນ ມີບູລິມະສິດເໜືອກວ່າ ການຮ່ວມມື ລະຫວ່າງ ລາວ ກັບປະເທດອ້ອມຂ້າງ ໂດຍການກຳນົດເງື່ອນໄຂອັນດຽວກັນກັບສັນຍາຊື້ຂາຍໄຟຟ້າ PPA ແຮງດັນ 115 kV.

ທີ່ມາ: Vientiane Time