ຕາມການລາຍງານ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເມິງ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ໃນເວລາປະມານ 19 ໂມງ 00 ນາທີ ຂອງວັນທີ 15 ມິນາ 2022 ຜ່ານມາ ໄດ້ມີພາຍຸລົມແຮງ, ຝົນຕົກໜັກ, ມີຟ້າເຫຼື້ອມຟ້າຮ້ອງ – ຟ້າຝ່າ ບໍລິເວນຕົ້ນໄມ້ໃຫຍ່ ເຂດທາງໄປຊົນລະປະທານຫ້ວຍນໍ້າບາດ ເຊິ່ງບໍລິເວນດັ່ງກ່າວໄດ້ມີງົວ ຂອງປະຊາຊົນອາໃສຢູ່ ໄດ້ຖືກຟ້າຜ່າຕາຍ.
ດັ່ງນັ້ນ; ວິຊາການປະຈໍາສູນກະສິກໍາປະຈໍາກຸ່ມບ້ານ ໄດ້ສົມທົບກັບອົງການປົກຄອງບ້ານໄຊຈະເລີນ ແລະ ເຈົ້າຂອງສັດລ້ຽງ ໄດ້ພ້ອມກັນລົງກວດກາຕົວຈິງ ຢູ່ສະຖານທີ່ເກີດເຫດ ເຊິ່ງບໍລິເວນດັ່ງກ່າວໄດ້ພົບເຫັນງົວຈໍານວນ 27 ໂຕຖືກຟ້າຜ່າຕາຍ, ມີ 12 ຄອບຄົວ.
ຜ່ານການເກັບກໍາຂໍ້ມູນ ແລະ ກວດກາສາເຫດການຕາຍ ແມ່ນເປັນຍ້ອນຟ້າຜ່າ, ເຊິ່ງບາງໂຕມີເລືອດອອກທາງປາກ, ທາງດັງ ແລະ ທາງຮູທະວານ, ສ່ວນອະໄວຍະວະທາງໃນແມ່ນເປັນປົກກະຕິດີ ເຊິ່ງມູນຄ່າຄວາມເສຍຫາຍທັງໝົດປະມານ 137 ລ້ານກວ່າກີບ.
ປະຈຸບັນ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ໄດ້ເຮັດໜັງສືລາຍງານ ໃຫ້ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງໃຫ້ຮັບຮູ້ ເພື່ອຊອກວິທີທາງຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບຈາກຟ້າຜ່າງົວດັ່ງກ່າວໃຫ້ການຕາມຄວາມເໝາະສົມ.
.
ພາບ-ຂ່າວ: ຫ້ອງການ ຖວທ ເມືອງເມິງ