ເຫັນວ່າຕ້ອງໄດ້ຕັດສິນໃຈ ຫັນປ່ຽນທິດທາງໃນການນຳໃຊ້ຍານພາຫະນະ ຈາກອາໄສນ້ຳມັນເຊື້ອໄຟມາເພິ່ງພາໄຟຟ້າທີ່ປະເທດເຮົາຜະລິດເອງໄດ້ຈະເປັນຜົນດີຕໍ່ສະພາບຂອງຄອບຄົວໃນໄລຍະນີ້ ເນື່ອງຈາກກະແສເງິນເຟີ້ເຄື່ອງຂອງແພງຂື້ນເທົ່າຕົວຍັງມາບວກກັບລາຄານ້ຳມັນທີ່ສູງຂຶ້ນແບບກ້າວກະໂດດອີກ.
ຫຼ້າສຸດອີງຕາມແຈ້ງການສະບັບເລກທີ 0301/ອຄ.ກຄພນ ລົງວັນທີ 18 ມີນາ 2022 ຂອງກະຊວງອຸດສະຫະກຳແລະການຄ້າ ແມ່ນຈະໄດ້ປັບລາຄາຂາຍຍ່ອຍນ້ຳມັນທຸກຊະນິດຂື້ນ ເລີ່ມ ວັນທີ 18ມີນາ2022 ເວລາ 14:00 ໂມງເປັນຕົ້ນໄປ.
ໂດຍການປັບຂຶ້ນລາຄາຄັ້ງນີ້ ໄດ້ປັບແອັດຊັງພິເສດ +1.530 ກີບ, ແອັດຊັງທໍາມະດາ +1.270 ກີບ ແລະ ກາຊວນ +1.730 ກີບ ໃນຂອບເຂດທົ່ວປະເທດ.
ຈາກການປັບຂຶ້ນດັ່ງກ່າວເຮັດໃຫ້ລາຄານ້ຳມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນໄດ້ຂາຍອອກທີ່ 20.170 ກີບຕໍ່ລິດ, ແອັດຊັງທຳມະດາ 17.650 ກີບ, ກາຊວນ 16.240 ກີບຕໍ່ລິດ, ແຂວງຜົ້ງສາລີ ແອັດຊັງພິເສດ 20.810 ກີບຕໍ່ລິດ, ແອັດຊັງທຳມະດາ 18.290 ກີບ, ກາຊວນລິດລະ 16.880 ກີບ.
ແຂວງອຸດົມໄຊ ແອັດຊັງທຳມະດາ 20.650 ກີບຕໍ່ລິດ, ແອັດຊັງທຳມດາດາ 18.130 ກີບ, ກາຊວນ 16.720 ກີບ, ແຂວງຫຼວງພະບາງ ແອັດຊັງພິເສດລິດລະ 20.540 ກີບ, ແອັດຊັງທຳມະດາ 18.020 ກີບ, ກາຊວນ 16.610 ກີບ, ແຂວງຊຽງຂວາງ ແອັດຊັງພິເສດ 20.360 ກີບ ແອັດງຊັງທຳມະດາ 17.840 ກີບ, ກາຊວນ 16.430 ກີບຕໍ່ລິດ.
ແຂວງສະຫວັນນະເຂດ ແອັດງຊັງພິເສດລິດໜຶ່ງ 20.200 ກີບ, ແອັດຊັງທຳມະດາ 17.680 ກີບ, ກາຊວນ 16.270 ກີບ, ແຂວງຈຳປາສັກ ແອັດຊັງພິເສດລິດລະ 20.230 ກີບ, ແອັດຊັງທຳມະດາ 17.710 ກີບ, ກາຊວນ 16.300 ກີບ, ແຂວງອັດຕະປືແອັດຊັງພິເສດ 20.410 ກີບ, ແອັດຊັງທຳມະດາ 17.890 ກີບ, ກາຊວນ 20.410 ກີບຕໍ່ລິດ.