ໃນຊ່ວງອາຍຸ 20-29 ປີ, ເຮົາພົບໃຜແນ່ໃນຊ່ວງຊີວີດນີ້ ບາງຄົນລົງຮູບ ລົດຄັນໃໝ່ປ້າຍແດງ ພ້ອມດອກໄມ້ໜ້າລົດຊໍ່ໃຫຍ່ບາງຄົນຊື້ບ້ານຫຼັງໃຫຍ່ ເປັນລ້ານໆບາດໄດ້ ບາງຄົນກໍາລັງແຕ່ງງານ ຄອບຄົວອົບອຸ່ນ
ບາງຄົນໄປຮຽນຕໍ່ ເພື່ຄວາມກ້າວໜ້າຂອງຊີວີດ ບາງຄົນລົງຮູບເງິນເດືອນທີ່ໄດ້ແຕ່ລະເດືອນ ຫຼາຍກວ່າເຮົາເປັນຫຼາຍເທົ່າໃນຊ່ວງຊີວິດນີ້ ເຮົາຖືກສັງຄົມ ສະພາບແວດລ້ອມຮອບຂ້າງ ຄາດຫວັງວ່າ ເຮົາຕ້ອງມີແບນັ້ນ ແບບນີ້ ມີນັ້ນມີນີ້ ເຖິງຈະເອີ້ນວ່າປະສົບຜົນສໍາເລັດໃນຊີວິດແຕ່ຈິງໆແລ້ວມັນກໍບໍ່ແມ່ນກັບທຸກຄົນ ເພາະບາງຄົນຢາກມີກໍຕໍ່ເມື່ອພ້ອມ ເມື່ອເຖິງເວລາທີ່ເໝາະສົມ ບາງຄົນບໍ່ໄດ້ຢາກມີໜີ້ ບໍ່ຢາກປວດຫົວ ແລະ ຕ້ອງມານັ່ງຄຽດໃນແຕ່ລະເດືອນ
ບາງຄົນອາດຈະບໍ່ໄດ້ມີຄົບ ແຕ່ຊີວິດຂອງເຂົາເອງ ກໍມີຄວາມສຸກໄດ້ ແລະ ກໍບໍ່ໄດ້ເດືອດຮ້ອນຫຍັງ ຊ່ວງຊີວິດແຕ່ລະຄົນຂອງຄົນເຮົາ ມີການຕັດສິນໃຈ ກັນຄົນລະແບບ ບໍ່ຈໍ່ເປັນຕ້ອງຄືໃຜ ເປັນໃນແບບທີ່ເຮົາມີຄວາມສຸກກໍພຽງພໍແລ້ວ
ຫຼາຍຄົນປະສົບຜົນສໍາເລັດໄວ ໃນຊ່ວງເວລາ 20-29 ປີ, ແຕ່ບໍ່ແມ່ນກັບທຸກຄົນ ເພາະບາງຄົນກໍມີເມື່ອພ້ອມ ແມ່ນບໍ່
ຫຼາຍຄົນປະສົບຜົນສໍາເລັດໄວ ໃນຊ່ວງເວລາ 20-29 ປີ, ແຕ່ບໍ່ແມ່ນກັບທຸກຄົນ ເພາະບາງຄົນກໍມີເມື່ອພ້ອມ ແມ່ນບໍ່