ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 19 ມີນາ 2022 ການງານ ການເງິນ ຄວາມຮັກ

0
436

ວັນຈັນ:ການ​ງານ ຄວາມ​ສະຫລາດ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ ແລະ ​ງານ​ດ້ານ​ການ​ສື່​ສານ​ ການ​ໂຄສະນາ​ສຳພັນ​ ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ ການ​ເງິນ ມີ​ລາຍ​ຈ່າຍ​ອອກ​ໄປ​ຫລາຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ວາງ​ແຜນ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ ຄວາມ​ຮັກ ​ຈະ​ພົບ​ໃຜ​ທີ່​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ຢູ່ໃນ​ເກນ​ຜິວ​ສອງ​ສີ​ ຈະ​ເຂົ້າ​ມາໃຫ້​ຄຳ​ປຶກ​ສາ​ ຫລື​ ຂໍ​ຄວາມ​ຊ່ວຍ​ເຫລືອ​ບາງຢ່າງ​ກັບ​ທ່ານ​

ວັນຄານ:ການ​ງານ ຈະ​ເຮັດ​ທຸລະກິດ​ຫຍັງ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ ໂດຍ​ສະເພາະ​ດ້ານ​ແຟ​ຊັ່ນ​ ຄວາມ​ສວຍ​ງາມ​ ອາຫານ​ ງານ​ປະດິດ​ ແລະ ວຽກ​ງານ​ດ້ານ​ໂລ​ຫະ​ຕ່າງ​ໆ​ ການ​ເງິນ ມີ​ຄວາມ​ຕຶງ​ຄຽດ​ດ້ານ​ການ​ເງິນ​ ທີ​​ສາມາດ​ຫາ​ເຂົ້າ​ມາ​ເພີ່ມເຕີມ​ໄດ້​ທຸກ​ຄັ້ງໃນ​ຊ່ວງ​ນີ້​​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ສັກ​ປານໃດ​​ ແຕ່​ຖ້າ​​ແບ່ງ​ເວລາ​ໃຫ້​ກັບ​ຄົນ​ຮັກ​ກໍ​ຈະ​ມີ​ໂອ​ກາດ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ໄດ້​ດີ​ຂຶ້ນ​ນັ້ນ​ເອງ​

ວັນພຸດ:ການ​ງານ ​ ໃຊ້​ເທັກ​ນິກ​ ຄວາມ​ສາມາດ​ ແລະ ​ຄວາມ​ສ້າງສັນ​ໃນ​ເລື່ອງ​ຂອງ​ການສ້າງ​ຜົນ​ງານ​ໄດ້​ຢ່າງ​ຕໍ່​ເນື່ອງ​ ການ​ເງິນ ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແລະ ​ໂຊ​ກດີ​ທີ່​ວ່າ​ມີຄົນ​ລໍ​ຖ້າ​ອຸບປະຖຳ​ທາງ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້​​ ຄວາມ​ຮັກ ຊ່ວງ​ນີ້​ຢູ່ໃນ​ຊ່ວງ​ການ​ເບິ່ງ​ໆ​ ກັນ​ຢູ່​ ໂດຍ​ຈະ​ຄົບ​ກັນ​ເປັນ​ໝູ່ເພື່ອນ​ ຫລາຍກວ່າ​ທີ່​ຈະ​ຕັດ​ສິນ​ໃຈ​ເປັນ​ຄົນ​ຮັກ​

ວັນພະຫັດ:ການ​ງານ ການ​ງານ​ຄ່ອນ​ຂ້າງ​​ຫລາຍ​ເປັນ​ພິເສດ​ ວຸ້ນ​ຫລາຍ​ຈົນ​ບໍ່​ຄ່ອຍ​ມີ​ເວລາ​ພັກ​ຜ່ອນ​ປານໃດ​ ການ​ເງິນ ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ ໃນ​ຊ່ວງ​ນີ້​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນ​ຈຶ່ງ​ຈະ​ດີ​ທີ່ສຸດ​ ຄວາມ​ຮັກ ຄົນ​ຜິວ​ຂາວ​ຍັງ​ໂດດ​ເດັ່ນ​ ແຕ່​ທ່ານ​ກໍຍັງ​ບໍ່​ຊັດເຈນ​ປານໃດ​ ຕ້ອງ​ໃຊ້​ເວລາ​ເບິ່ງ​ກັນ​ຕໍ່ໄປ​

ວັນສຸກ:ການ​ງານ ສາມາດ​ບໍລິຫານ​ຈັດການ​ໃຫ້​ການ​ງານ​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ດີ​ ຈະ​ໄດ້ຮັບ​ໂອ​ກາດ​ທີ່​ດີ​ຈາກ​ຫົວ​ໜ້າ​ງານ​ ການ​ເງິນ ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ ແຕ່​ກໍ​ບໍ່​ໜ້າ​ກັງ​ວົນ​ໃດ​ໆ​ ຢາກ​ຈະ​ໄດ້​ຫຍັງ​ກໍ​ພໍ​ທີ່​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ແລະ​ຄວາມ​ສຳພັນ​ ໃນ​ຊ່ວງ​ນີ້​ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​

ວັນເສົາ:ການ​ງານ ຈະ​ເຮັດ​ທຸລະກິດ​ໃດ​ໆ​ ຈະ​ພົບ​ກັບ​ຄວາມ​ສຳ​ເລັດ​ ແລະ ​ພົບ​ຄວາມ​ກ້າວ​ໜ້າ​ຢ່າງ​ເປັນ​ໂຊ​ກດີ​ສະເໝີ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ ເປັນ​ລັກສະນະ​ຂອງ​ການ​ໝຸນ​ເງິນ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ເວລາ​ທີ່​ມີ​ໃຫ້​ກັນ​ຍັງມີ​ບໍ່​ຫລາຍ​ພໍ​

ວັນອາທິດ:ການ​ງານ ເຮັດວຽກ​ດ້ວຍ​ຄວາມ​​ຮອບ​ຄອບ​ຈຶ່ງ​ຈະ​ດີ​ ແຕ່​ຊ່ວງ​ນີ້​ຈະ​ເມື່ອຍ​ ວຽກງານ​ຈະ​​ຫລາຍ​ເປັນ​ພິເສດ​ ບໍ່​ຄ່ອຍ​ມີ​ເວລາ​ພັກ​ຜ່ອນ​ປານໃດ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ດີພໍໃນ​ຊ່ວງ​ນີ້​​ ຄວາມ​ຮັກ ເບິ່ງ​ຄື​ຍັງ​ບໍ່​ລົງ​ຕົວ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ປານໃດ​ ມຸ້ງ​ເນັ້ນ​ໃນ​ເລື່ອງ​ການສ້າງ​ຄວາມຫມັ້ນຄົງ​ໃຫ້​ກັບ​ຕົນເອງ​ຫລາຍກວ່າ​