ຈາກ: Jack Jeffson ໂພສແນະນໍາວິທີປິ່ນປົວໂຄວິດມື້ນີ້ຊິມາເລົ່າປະສົບການ ການຕິດໂຄວິດແລະຮັກສາເອງຢູ່ບ້ານກ່ອນ ອື່ນໝົດຄົນທີ່ຍັງບໍ່ທັນຕິດກໍຢ່າຟ້າວໄປລັງກຽດຄົນທີ່ເຂົາຕິດເລີຍບໍ່ຕ້ອງຖາມວ່າເປັນຫຍັງຄືຕິດ,ຕິດມານຳໃຜ,ເພາະບໍ່ມີໃຜຢາກເປັນຮັກສາໂຕດີປານໃດກໍຍັງຕິດ ມື້ໃດມື້ໝື່ງເຈົ້າກໍອາດຈະຕິດພຽງແຕ່ຖ້າເວລາບໍ່ຊ້າກະໄວເທົ່ານັ້ນເພາະປະຊາກອນຢູ່ປະເທດລາວມີພຽງເລັກໜ້ອຍແຕ່ຍອດສະຖິຕິແມ່ນຕິດມື້ລະເປັນ 1000-2000 ຄົນ ບໍ່ມີທ່າທີວ່າຊິລົດລົງເລີຍ.
ແຕ່ກະບໍ່ຢາກໃຫ້ແຕກຕື່ນຢາກໃຫ້ມີ”ສະຕິ”ກຽມຈິດກຽມໃຈວ່າຊິແກ້ໄຂແນວໃດຄັນຕິດແລ້ວກະຮີບຮັກສາປິ່ນປົວທົນເຫງົາເອົາໜ້ອຍໜື່ງກັກໂຕເອງຢູ່ໃນຫ້ອງຈົນກວ່າຊິເຊົາເມື່ອໝັ້ນໃຈວ່າຫາຍດີແລ້ວກໍຄວນກັກໂຕຕໍ່ອີກຈັກ4-5ມື້ເພື່ອຄວາມແນ່ໃຈ.1 ອາການ&ຢາທີ່ກິນ ອາການ
ມື້ທີ 1-2 ມີໄຂ້ປົກກະຕິຍັງລຸກໄດ້ກິນເຂົ້າແຊບ; ມື້ທີ 2 ມີໄຂສູງ, ເລີ່ມໄອ, ເຈັບຄໍແລະມີຫວັດໜ້ອຍໜື່ງມື້ທີ 4 ມີໄຂ້ສູງ,ເມື່ອຍຈົນລຸກບໍ່ໄດ້,ໄອ,ເປັນຫວັດແຮງ,ເຈັບຄໍແຮງກິນນ້ຳກະເຈັບຄ້າຍຄືເປັນບາດລະເອົາເກືອມາລູບບອກເລີຍວ່າຕອນນີ້ຄືໂຄດທໍລະມານກິນເຂົ້າກະຍາກຈົນບໍ່ຢາກກິນຫຍັງແຕ່ຕ້ອງຝືນກິນເພາະເຮົາຕ້ອງໄດ້ກິນຢາ.
ມື້ທີ 5 ໄຂ້ເລີ່ມຫລຸດ,ມີໄອຢູ່,ເປັນຫວັດແຮງ,ຄໍກະໃຄກ່ອນມື້ທີ4ແຕ່ກະຍັງເຈັບຢູ່,ຍັງເມື່ອຍຢູ່ໜ້ອຍໜື່ງແລະດັງເລີ່ມບໍ່ໄດ້ກິ່ນປາກບໍ່ໄດ້ລົດຊາດກິນເຂົ້າບໍ່ແຊບແຕ່ກິນໄດ້ແນະນຳໃຫ້ກິນອາຫານປຽກທີ່ໄດ້ຊົດນ້ຳຮ້ອນມັນຈະຊ່ວຍໄດ້ບໍ່ໜ້ອຍກະຫຼາຍ.ມື້ທີ 6 ໄຂ້ເລີ່ມດີຂື້ນບໍ່ເມື່ອຍ, ໄອຄືເກົ່າ, ຫວັດເລີ່ມດີຂື້ນ, ຄໍກະບໍ່ເຈັບຫຼາຍກິນເຂົ້າໄດ້ແຕ່ບໍ່ໄດ້ກິນບໍ່ໄດ້ລົດຊາດຄືເກົ່າ.
ມື້ທີ 7-8 ແມ່ນບໍ່ມີໄຂ້, ມີໄອໜ້ອຍໜື່ງ, ມີຫວັດໜ້ອຍໜື່ງ, ບໍ່ເມື່ອຍບໍ່ເຈັບຄໍ, ບໍ່ໄດ້ກິ່ນບໍ່ໄດ້ລົດຊາດ. ມື້ທີ 9 ມີແຕ່ໄອແລະຫວັດໜ້ອຍໜື່ງ,ເລີ່ມໄດ້ກິ່ນໄດ້ລົດຊາດກິນເຂົ້າແຊບ; ມື້ທີ 10 : ບໍ່ມີອາການຫຍັງມື້ທີ 11 ລອງກວດເບີ່ງຜົນອອກມາຂື້ນຂີດດຽວແຕ່ກໍກັກໂຕເພີ່ມອີກ5ມື້ເພື່ອຄວາມແນ່ໃຈ
2 ຢາທີ່ໃຊ້ຮັກສາ:ແມ່ນໃຫ້ກິນຢາຕາມອາການເລີຍຄັນເປັນໄຂ້ກະກິນຢາລົດໄຂ້, ມີໄອກະກິນຢາແກ້ໄອ, ຢາອົມ, ເປັນຫວັດກະກິນຢາດີຫວັດອາດຈະມີເພີ່ມເຕີມກະຄື ວິຕາມິນຊີ ເພື່ອຊ່ວຍຊ້ອມແຊມເສີມສ້າງພູມຄຸ້ມກັນກິນນ້ຳໂອລະລິດມື້ລະ2ຕຸກຫົວເສືອໃຫຍ່ກິນຕາງນ້ຳເລີຍກິນເຂົ້າກິນຢາໃຫ້ຕົງເວລາບໍ່ຄວນກິນອາຫານທີ່ມີລົດຈັດຫຼືມັນຫຼາຍແລະສີ່ງທີ່ສຳຄັນທີ່ສຸດແມ່ນຮົ່ມຢາດ້ວຍສະໝຸນໄພພື້ນບ້ານ (ຂີງ, ຂ່າ, ຫົວສິງໄຄ, ໝາກຂີ້ຫູດ&ໃບຂີ້ຫູດ) ເຊົ້າ-ແລງແລະກິນນ້ຳຮ້ອນຫຼາຍໆກິນດຸໆງ່າຍໆກະຄືແຫ່ງກິນແຫ່ງດີ.
ໂຄວິດບໍ່ເປັນຕາຢ້ານແຕ່ຄັນເປັນມາລະມັນທໍລະມານ ບໍ່ຢາກໃຫ້ຖືເບົາແລະຫວັງວ່າທັງໝົດນີ້ຈະເປັນປະໂຫຍດແກ່ເຈົ້າໃນພາຍພາກໜ້າບໍ່ໜ້ອຍກະຫຼາຍພາກັນຮັກສາສຸກຂະພາບແນ່ເດີ້
Cr: Douangta vongohakdee