ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 20 ມີນາ 2022 ການງານ ການເງິນ ຄວາມຮັກ

0
577

ວັນຈັນ:ການ​ງານ ຈະ​ສັງເກດ​ໄດ້​ວ່າ​ຊ່ວງ​ນີ້​ວຽກງານຫຼາຍ​ແລະ​ກໍ​ເມື່ອຍ​ຫລາຍ​ເປັນ​ພິເສດ​ ເດີນທາງ​​ຫລາຍ​ເພື່ອ​ສຶກ​ສາ​ຫົນ​ທາງ​ ແນວ​ທາງ​ໃໝ່​ໆ​ ໃນ​ເລື່ອງ​ຂອງ​ການເຮັດ​ທຸລະກິດ​ ການ​ເງິນ ມັກ​ມີຄົນ​ຍາກ​ຈະໃຫ້​ທ່ານຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ​ ເຮັດໃຫ້​ຕ້ອງ​ໃຊ້​ຈ່າຍ​ອອກ​ໄປ​ ແຕ່​ໂຊ​ກດີ​ທີ່​ວ່າ​ມີ​ເພດ​ກົງກັນຂ້າມ​ຖ້າ​ອຸບປະຖຳ​ທາງ​ດ້ານ​ການ​ເງິນ​ຢູ່ຕະຫຼອດ ຄວາມ​ຮັກ ​ເບິ່ງ​ຄື​ຈະ​ຮັກ​ຄວາມ​ເປັນ​ອິດສະຫລະ​ຫລາຍກວ່າ​ແລະ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຢາກ​ຈະ​ໄປ​ເຮັດ​ ມີ​ພາລະ​ກິດ​ບາງຢ່າງ​ທີ່​ຕ້ອງ​ໄປ​ຈັດການ​ ຈຶ່ງ​ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ແລະ​ຍັ​ງບໍ່​ເລືອກ​ໃຜ​ໃນ​ຊ່ວງ​ນີ້​​

ວັນຄານ:ການ​ງານ ​ມີ​ການ​ປ່ຽນ​ແປງ​ໃນ​ຊີວິດ​ການ​ເຮັດ​ວຽກງານ​ ມັກ​ຈະ​ເຮັດໃຫ້​ຕົນເອງ​ພັດທະນາ​ຄວາມ​ສາມາດ​ແບບ​ກ້າວ​ກະ​ໂດດ​ສະເໝີ​ ເຮັດວຽກ​ເກັ່ງ​ໃນ​ແບບ​ເປັນ​ມື​ອາ​ຊີບ​ຫລາຍ​ໆ​ ການ​ເງິນ ມີ​ຄວາມ​ກັງ​ວົນ​ໃຈ​ ​ສາມາດ​ທີ່​ຈະ​ຫາ​ເຂົ້າ​ມາ​ໄດ້​​ ຫລື​ຈະ​ພົບ​ຜູ້​ອຸບປະຖຳ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້​ ແຕ່​ກໍ​ມັກ​ຈະ​ມີ​ເລື່ອງ​ຈ່າຍ​ອອກ​ໄປ​ແບບ​ບໍ່​ຄາດ​ຝັນ​ສະເໝີ​ ຄວາມ​ຮັກ ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ລະ​ວັງ​ຈະ​ຢູ່ໃນ​ສະພາ​ວະ​ຮັກ​ຊ້ອນ​ທີ່​ເຫດການ​ໃດ​ໆ​ ຍັງ​ບໍ່​ປ່ຽນ​ແປງ​ປານໃດ​ ແຕ່​ກໍ​ຮູ້ສຶກ​ພໍ​ໃຈ​ກັບ​ສະຖານນະການ​ແບບ​ນີ້​ໃນ​ຊ່ວງ​ນີ້​

ວັນພຸດ:ການ​ງານ ​ ມີ​ໃຈ​ຮັກ​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ ແລະ​ມີ​ຄວາມ​ເປັນ​ມື​ອາ​ຊີບ​ໃນ​ເລື່ອງ​ການສ້າງ​ຜົນ​ງານ​ໄດ້​ດີ​ຂຶ້ນ​ ຜູ້ໃຫຍ່​ໃຫ້​ຄວາມ​ສຳຄັນ​ຫລາຍ​ຂຶ້ນ​ ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ ການ​ເງິນ ຍັງກັງວົງ​ກ່ຽວກັບ​ເລື່ອງ​ຂອງ​ການ​ເງິນ​ ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ ຄວາມ​ຮັກ ມີ​ຄວາມ​ປາດຖະຫນາ​ທາງ​ດ້ານ​ຄວາມ​ຮັກ​ກັບ​ໃຜ​ບາງ​ຄົນ​ຢູ່​ ແຕ່​ກໍ​ຍັງ​ບໍ່​ສາມາດ​ໃຫ້​ເວລາ​ຕໍ່​ກັນ​ໄດ້​ ເພາະ​ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ລະຫວ່າງ​ກັນ​ຢູ່​​​

ວັນພະຫັດ:ການ​ງານ ຮູ້ສຶກ​ບໍ່​ໝັ່ນໃຈ​ແຕ່​ກໍ​ຍັງ​ໃສ່​ໃຈ​ລາຍ​ລະອຽດ​ກ່ຽວກັບ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ ຈົນ​ນຳ​ພາ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້​ ແຕ່​ເອກະສານ​ຍັງມີ​ຄວາມ​ຜິດ​ພາດ​ຢູ່​ ການ​ເງິນ ວາງ​ແຜນ​ການ​ໃຊ້​ຈ່າຍ​ແລະ​ການ​ໃຊ້​ເງິນ​ ຮູ້​ຈັກ​ໃຊ້​ ຮູ້​ຈັກ​ຈ່າຍ​ ໃນ​ຊ່ວງ​ນີ້​ເປັນ​ການ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້ ຄວາມ​ຮັກ ຄົນ​ຜິວ​ຂາວ​ຍັງ​ໂດດ​ເດັ່ນ​ທີ່​ມີ​ໂອ​ກາດ​ຈະ​ພົບ​ ແຕ່​ກໍ​ບໍ່​ຕະຫຼອດປານໃດ​ ຕ້ອງ​ໃຫ້​ເວລາ​ຕໍ່​ກັນ​ຫລາຍ​ຂຶ້ນ​ຈຶ່ງ​ຈະ​ດີ​ຕໍ່​ຄວາມ​ສຳພັນ​ລະຫວ່າງ​ກັນ​​

ວັນສຸກ:ການ​ງານ ເດີນທາງ​ຕິດ​ຕໍ່​ງານ​​ຫລາຍ​ ຄວາມ​ສະຫລາດ​ ຄວາມ​ສ້າງສັນ​ໃນ​ເລື່ອງ​ຂອງ​​ການ​ຕິດ​ຕໍ່​ງານ​ ກໍ​ຍັງ​ສາມາດ​ເຮັດໃຫ້​ຕົນເອງ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນ ມີ​ຄວາມ​ກັງ​ວົນ​ໃຈ​ແຕ່ກໍ​ຈະ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຈະ​ພົບ​ຮັກ​ກັບ​ຄົົນທີ່​ເກັ່ງ​ແລະ​ມີ​ຄວາມ​ສາມາດ​ ທ່ານ​ມີ​ຄວາມ​ເປັນ​ຜູ້​ນຳ​ ແຕ່​​ໃນ​ເລື່ອງ​ຂອງ​ການ​ງານ​ ເຮັດໃຫ້​ມີ​ເວລາ​ໃຫ້​ກັນ​ບໍ່​ປານໃດ​

ວັນເສົາ:ການ​ງານ ທຸລະກິດ​ການ​ງານ​ຈະເລີນ​ຮຸ່ງ​ເຮືອງ​ດີ​ຂຶ້ນ​ ໂດຍ​ສະເພາະ​ງານ​ດ້ານ​ ທຸລະກິດ​ດ້ານ​ວົງ​ການ​ບັນ​ເທີງ​ ທຸລະກິດ​ການ​ເງິນ​ ຫລື​ເປີດ​ຮ້ານ​ອາຫານ​ ຊ່ວງ​ນີ້​ຈະ​ໄດ້ຮັບ​ຜົນ​ກຳ​ໄລ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​
ການ​ເງິນ ໃນ​ຊ່ວງ​ນີ້​ທຸລະກິດ​ຕ່າງ​ໆ​ ເບິ່ງ​ຄືການ​ເງິນ​ຄ່ອນ​ຂ້າງ​​ຄຽດ​ກ່ຽວກັບ​ເລື່ອງ​ຂອງ​ລາຍ​ຈ່າຍ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​​ ຄວາມ​ຮັກ ຈະ​ພົບ​​ໃຜ​ບາງ​ຄົົນທີ່​ມີ​ສະເນ່​​ຫລາຍ​ໆ​ ແຕ່​ເບິ່ງ​ຄື​ວ່າ​ຈະໃຫ້​ເວລາ​ກັນ​ໄດ້​ແປບ​ດຽວ​ ເພາະ​ຄວາມ​ເລັ່ງ​ໃນ​ພາລະ​ກິດ​ຕ່າງ​ໆ​ ຈຶ່ງ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ທີ່​ບໍ່​ຄ່ອຍ​ຢັ່ງ​ຢືນ​ປານໃດ​

ວັນອາທິດ:ການ​ງານ ມີ​ແນວ​ຄິດ​ໃໝ່​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ໃຫ້​ເກີດ​ປະ​ສິດ​ທິ​ພາບ​ ສຶກ​ສາ​ສິ່ງ​ທີ່​ໜ້າສົນ​ໃຈ​ໃໝ່​ໆ​ ໃນ​ແນວ​ທາງ​ການເຮັດ​ທຸລະກິດ​ທີ່​ຕົນເອງ​ບໍ່​ຄ່ອຍ​ຖະຫນັດ​ປານໃດ​ ການ​ເງິນ ຊ່ວງ​ນີ້​ຈະ​ໃຊ້​ເງິນ​ອອກ​ໄປ​ ເພື່ອ​ເປັນ​ຄ່າ​ໃຊ້​ຈ່າຍ​ກ່ຽວກັບ​ການ​ຖືຮັກສາ​ສຸຂະພາບ​ຂອງ​ຕົນເອງ​ ຄວາມ​ຮັກ ຖ້າ​ຄົບ​ຫາ​ໃຜ​ຢູ່​ ກໍ​ຈະ​ເປັນ​ການ​ຖືຮັກສາ​ຄວາມ​ສຳພັນ​ແບບ​ເປັນ​ເພື່ອນ​ກັນ​ໄປ​ກ່ອນ​ຫລາຍກວ່າ​