ປກສ ເມືອງທຸລະຄົມ ແກ້ໄຂລົດຈັກທີ່ດັດແປງສະພາບເຕັກຕິກ, ໃສ່ທໍ່ດັງ, ຂີ່ແຂ່ງກັນເປັນກຸ່ມ 49 ຄັນພັທ ໄຊພອນ ຈັນທະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ທັງເປັນຜູ້ຊີ້ນໍາ ພະແນກຕໍາຫຼວດ ໄດ້ນຳພາເຫຼົ່າວິຊາສະເພາະລົງແກ້ໄຂລົດຈັກທີ່ດັດແປງສະພາບເຕັກຕິກ ເຊັນ: ໃສ່ຕິນນ້ອຍ ໃສ່ທໍ່ດັ່ງ ຂີ່ແຂ່ງກັນ ເປັນກຸ່ມກ້ອນ ເຮັດໃຫ້ມີສຽງດັ່ງລົບກວນຕໍ່ພໍ່ແມ່ປະຊາຊົນ ໃນຍາມລັບນອນກາງຄືນ ຫຼື ກາງເວັ້ນເວລາເຮັດວຽກງານຕ່າງໆ.
ເຈົ້າໜ້າໜ່ວຍງານຈາລະຈອນ ປກສ ເມືອງທຸລະຄົມ ຈິ່ງໄດ້ລົງສົມທົບກັບ ປກສ ກຸ່ມບ້ານ ແລະ ອໍານາດການປົກຄອງແຕ່ລະບ້ານ ຕິດຕາມກວດກາຕາມສາຍທາງ ແລະ ຕາມການລາຍງານການຄຸ້ມຄອງຂອງແຕ່ລະບ້ານ ພາຍໃນ 3 ເດືອນຕົ້ນປີ 2022 ຜ່ານມາ ສາມາດກັກລົດຈັກໄດ້ຈໍານວນ 49 ຄັນ ເອົາມາເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງທຸລະຄົມ ຕົກມາຮອດ ວັນທີ 16
ມີນາ 2022 ຈິ່ງໄດ້ເຊິນຜູ້ຂັບຂີ່ ແລະ ຜູ້ປົກຄອງພ້ອມດ້ວຍອໍານາດການຈັດຕັ້ງບ້ານຂື້ນມາຫ້ອງການກອງບັນຊາການ ປກສ ເມືອງທຸລະຄົມ ເພື່ອມາສືກສາອົບຮົມທາງດ້ານແນວຄິດ ຈິດໃຈ ເຮັດໃຫ້ເຂົາເຈົ້າເຂົ້າໃຈ ໄປຕາມລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ແລະ ເຂົ້າໃຈເຖິງຕາມແນວທາງນະໂຍບາຍຂອງພັກ-ລັດ ຫຼັງຈາກນັ້ນຈິງໄດ້ເຮັດບົດບັນທືກໃຫ້ແຕ່ລະຄົນເຊັນຮັບເອົາ ແລ້ວເອົາທໍ່ພ້ອມຕິນລົດມາປ່ຽນຄືນຕາມສະພາບເດີມ ແລະ ມອບລົດໃຫ້ຄືນກັບບ້ານຂອງໃຜລາວ.
ຂ່າວ: ປກສ ເມືອງທຸລະຄົມ