ຢືດ ຢ າ ເ ສ ບ ຕ ິດ ຈໍານວນ 11,920.000 ເມັດ ຢູ່ເມືອງຕົ້ນເຜິ້ງ

0
462

ໃນວັນທີ 17 ມີນາ 2022 ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ຮັບ ແຈ້ງຈາກພົນລະເມືອງດີວ່າ: ພົບເຫັນລົດຮຸນໄດສີຟ້າ (ບໍ່ມີປ້າຍທະບຽນ) ຂັບເຂົ້າໄປຈອດຢູ່ໃນຕະຫຼາດບ້ານນ້ຳເກິ່ງໃໝ່ ເມືອງຕົ້ນເຜິ້ງ ເຊິ່ງລົດຄັນດັ່ງກ່າວແມ່ນບັນທຸກເປົ້າສີຂາວສີ່ຫຼຽມ, ມີຜ້າແສສີດໍາປົກໄວ້ແຕ່ບໍ່ຮູ້ແມ່ນເປົາຫຍັງ ໃນເວລານັ້ນມີຜູ້ຊາຍສອງຄົນແລ່ນອອກຈາກລົດຄັນດັ່ງກ່າວເຂົ້າໄປໃນບ້ານນ້ຳເກິ່ງໃໝ່, ຈາກນັ້ນ ເຈົ້າໜ້າທີ່ປກສ ເມືອງຫ້ວຍຊາຍໄດ້ໄປກວດກາວ່າມີມູນຄວາມຈິງແທ້. ຈຶ່ງໄດ້ປະສານຫາຫ້ອງຕໍາຫຼວດ.

ຫຼັງຈາກນັ້ນ ຫ້ອງຕ່າຫຼວດ ຈຶ່ງໄດ້ແຕ່ງພະແນກວິຊາສະເພາະໄປກວດກາຕົວຈິງໂດຍສົມທົບກັບກຳລັງ ປກສ ພວກເຮົາທີ່ປະຈຳຈຸດກວດການ້ຳເກິ່ງ, ປກສ ເມືອງຫ້ວຍຊາຍ, ປກສ ກຸ່ມບ້ານນ້ຳເກິ່ງ ແລະ ເຈົ້າໜ້າທີ່ທະຫານ 405.

ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນພົບເຫັນ ຢ າ ບ້ າ ຈຳນວນ 48 ເ ປົ້ າ ມີຈຳນວນ 5.960 ມັດ ເທົ່າກັບ 11,920.000 ເມັດ ມີນ້ຳໜັກ1.288 ກິໂລກຼາມ ປະຈຸບັນ ກອງບັນຊາການ ປກສ ແຂວງ ພວກເຮົາພວມດຳເນີນການສືບສວນ-ສອບສວນຫາແຫຼ່ງທີ່ໄປ-ທີ່ມາຂອງຢາເສບຕິດດັ່ງກ່າວ ແລະ ກຸ່ມແກ້ງໃນການຂົນສົ່ງຢາຄັ້ງນີ້. ຖ້າມີລາຍລະອຽດເພີ່ມຕື່ມຈະລາຍງານໃຫ້ຊາບຫຼັງ.

ພາບ-ຂ່າວ: ຮອ ວິທູນ ແກ້ວກັນຍາ